ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງ ບາກລຽວ ກ່ຽວກັບສະພາບເສດຖະກິດ-ສັງຄົມ

(VOVWORLD) -ຕອນບ່າຍວັນທີ 12 ມັງກອນ, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ໄດ້ເປັນປະທານການເຮັດວຽກກັບການນຳແຂວງ ບາກລຽວ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ, ສັງຄົມ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງ ບາກລຽວ ກ່ຽວກັບສະພາບເສດຖະກິດ-ສັງຄົມ - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງ ບາກລຽວ)

 ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ແຂວງ ບາກລຽວ ໃນໄລຍະຈະມາເຖິງຕ້ອງມີໂຄງການເຄື່ອນໄຫວ ເພື່ອຜັນຂະຫຍາຍບັນດາມະຕິຂອງລັດຖະບານ ດ້ວຍເປົ້າໝາຍບັນລຸໄດ້ບັນດາມາດຕະຖານທີ່ສູງກວ່າເມື່ອທຽບໃສ່ປີ 2018. ສືບຕໍ່ສຸມໃສ່ຊີ້ນຳການປະຕິບັດບັນດາເສົາຄ້ຳພັດທະນາຂອງແຂວງ ເຊິ່ງລັດຖະບານ ແລະ ແຂວງໄດ້ກຳນົດໄວ້. ສືບຕໍ່ຍູ້ແຮງວຽກງານສັງຄົມກ່ຽວກັບດ້ານສາທາລະນະສຸກ, ການສຶກສາ, ຫຼຸດຜ່ອນຄວາມທຸກຍາກ. ໃນການພັດທະນາກະສິກຳ, ແຂວງ ຄວນສືບຕໍ່ພັດທະນາຂະແໜງລ້ຽງກຸ້ງ ດ້ວຍຄາດໝາຍມູນຄ່າການສົ່ງອອກໃຫ້ບັນລຸໄດ້ 1 ຕື້ USD…

ຕອບກັບ

ຂ່າວ/ບົດ​ອື່ນ