ນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີອິນເດຍ


ນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີອິນເດຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ຍ່າງກວດກອງ​ກຽດ​ຕິ​ຍົດ

(vovworld)- ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 2-3/9/2016. ພິ​ທີ​ຕ້ອນ​ຮັບ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດໃນ​ຕອນ​ເຊົ້າ​ວັນ​ທີ 3/9 ຢູ່​ຮ່າ​ໂນ້ຍ. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ໄປ​ຢ້ຽມ​ຊົມ​ບ່ອນ​ຢູ່ ແລະ ບ່ອນ​ເຮັດ​ວຽກ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ໃນ​ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ໂຮ່​ຈິມິນ​ໃນ​ບໍ​ລິ​ເວນ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ. ຫຼັງ​ຈາກນັ້ນ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້ດຳ​ເນີນ​ການ​ເຈ​ລະ​ຈາ.

    ຖັດ​ຈາກນັ້ນ, ໂດຍ​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi, ຜູ້​ຕ່າງ​ໜ້າ​ບັນ​ດາ​ກະ​ຊວງ ຂະ​ແໜງ​ການ​ຂອງ 2 ປະ​ເທດ​ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບໃນຫຼາຍ​ຂົງ​ເຂດ. ຫຼັງ​ຈາກນັ້ນ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້ເຂົ້າ​ຮ່ວມ​ການ​ປະ​ຊຸມ​ກັບ​ນັກ​ຂ່າວ.
ຂ່າວ/ບົດ​ອື່ນ