ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບເຈົ້າຊາຍສະຫະພັນລາຊະອານາຈັກອັງກິດແລະອຽກລັງເໜືອ
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບ
ເຈົ້າຊາຍສະຫະພັນລາຊະອານາຈັກອັງກິດແລະອຽກລັງເໜືອ
(ພາບ: VGP)
(vovworld) – ຕອນບ່າຍວັນທີ 13/11, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບເຈົ້າຊາຍສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Andrew ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງກັບອັງກິດ ໃນທຸກຂົງເຂດ, ໂດຍສະເພາະແມ່ນເຂດເສດຖະກິດ, ການຄ້າ, ການລົງທຶນ ຍ້ອນວ່າ ນີ້ແມ່ນຂົງເຂດເຊິ່ງຍັງມີຄວາມສາມາດບົມຊ້ອນທີ່ກວ້າງໃຫຍ່ ແລະ ອຸດົມສົມບູນ. ທ່ານນາຍົກລັດຖະມົນຕີ ກໍໃຫ້ຮູ້ວ່າ, ຫວຽດນາມ ຖືເປັນສຳຄັນເລື່ອງໜູນຊ່ວຍການກໍຮ່າງສ້າງຕົວວິສາຫະກິດ, ພັດທະນາວິສະຫະກິດຂະໜາດກາງ ແລະ ນ້ອຍ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ແກ່ນັບມື້ນັບສະດວກໃຫ້ວິສາຫະກິດລົງທຶນ, ດຳເນີນທຸລະກິດບັນລຸຜົນສຳເລັດ.
ສ່ວນເຈົ້າຊາຍ Andrew ໃຫ້ຮູ້ວ່າ, ດ້ວຍບົດຮຽນ ແລະ ເຄືອຂ່າຍຂອງຕົນໃນຂົງເຂດໜູນຊ່ວຍການກໍ່ຮ່າງສ້າງຕົວວິສາຫະກິດ ແລະ ພັດທະນາວິສະຫະກິດຂະໜາດກາງ ແລະ ນ້ອຍ, ທ່ານໄດ້ ແລະ ຈະມີການເຈລະຈາກັບບັນດາອົງການກ່ຽວຂ້ອງຫວຽດນາມ ແລະ ປະຊາຄົມວິສາຫະກິດ 2 ປະເທດກ່ຽວກັບແນວຄິດ ກໍຄືແຜນການດຳເນີນງານເພື່ອຜັນຂະຫຍາຍແນວຄິດນີ້ໃນປີໜ້າ.