(vovworld) - ກ່ອນທີ່ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 7 ແລະ ໄປຢ້ຽມຢາມ, ເຮັດວຽກຢູ່ຍີ່ປຸ່ນ, ຕອນບ່າຍວັນທີ 26/06, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ Hiroshi Fukada. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ວາງບັນຫາດຳເນີນການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ປະເທດ ພາຍຫຼັງສິ້ນສຸດກອງປະຊຸມແມ່ຂອງ - ຍີ່ປຸ່ນ, ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດກວ່າອີກ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບຍີ່ປຸ່ນ ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ ໃນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ 2 ປະເທດໃນທຸກຂົງເຂດ, ເພື່ອຄວາມສະໜິດຕິດພັນ, ໝັ້ນຄົງຍາວນານລະຫວ່າງ 2 ຊາດ, ເພື່ອຜົນປະໂຫຍດລວມ ແລະ ການພັດທະນາລວມຂອງທັງ 2 ປະເທດ.
ທ່ານເອກອັກຄະລັດຖະທູດ Hiroshi Fukada ເຊື່ອໝັ້ນວ່າ, 2 ຝ່າຍຈະແລກປ່ຽນບັນດາບັນຫາຮ່ວມມືລະຫວ່າງ 2 ຝ່າຍຢ່າງເລິກເຊິ່ງ, ກວ້າງຂວາງ ກໍຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.