ນາຍົກລັດຖະມົນຕີຫງວຽນເຕີນຢູ້ງສິ້ນສຸດການຢ້ຽມຢາມນິວຊີແລນແລະອົດສະຕາລີຢ່າງຈົບງາມ
ແທ່ງຈູງ,ນັກຂ່າວVOVໃຫ້ຂ່າວຈາກAuckland -  
2ຝ່າຍອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ນິວຊີແລນ
(ພາບ: VGP/Nhật Bắc)
|
(vovworld) – ຕອນບ່າຍວັນທີ 20/3 (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ Auckland ປະເທດ ນິວຊີແລນ ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ອົດສະຕາລີ (ແຕ່ວັນທີ 17 – 18/3) ແລະ ການຢ້ຽມຢາມ ນິວຊີແລນ (ແຕ່ວັນທີ 19 – 20/3) ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Tony Abbott ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ John Key.
ກ່ອນທີ່ເດີນທາງອອກຈາກ ນິວຊີແລນ ກັບເມືອ ຫວຽດນາມ, ຕອນເຊົ້າວັນທີ 20/3, ຢູ່ນະຄອນ Auckland, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດ ຫວຽດນາມ ແລະ ນິວຊີແລນ.
ເນັ້ນໜັກຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ນິວຊີແລນ ຍັງໃຫຍ່ຫຼວງຢູ່, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວິວັດການປະຕິຮູບ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ກ້ວາງຂວາງຂອງ ຫວຽດນາມ ພວມເປີດກາລະໂອກາດຫຼາຍຢ່າງໃຫ້ບັນດານັກລົງທຶນ, ໃນນັ້ນມີບັນດານັກລົງທຶນ ນິວຊີແລນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ: ບັນດາວິສາຫະກິດ ນິວຊີແລນ ເພີ່ມທະວີການຮ່ວມມື, ລົງທຶນເຂົ້າຂົງເຂດກະສິກຳຢູ່ ຫວຽດນາມ, ພິເສດແມ່ນຖ່າຍທອດເຕັກໂນໂລຢີ, ປຸ່ງແຕ່ງຜະລິດຕະພັນກະເສດ, ພັດທະນາບັນດາມູນຄ່າກະສິກຳ, ການບໍລິການກະສິກຳເພື່ອແນໃສ່ເພີ່ມທະວີມູນຄ່າ ແລະ ກຳລັງຄວາມສາມາດແກ້ງແຍ້ງຂອງຜະລິດຕະພັນກະເສດບົນພື້ນຖານທັງ 2 ຝ່າຍຕ່າງກໍ່ມີຜົນປະໂຫຍດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດໃຫຍ່ຂອງ ນິວຊີແລນ ແລະ ໄປຢ້ຽມຢາມມະຫາວິທະຍາໄລເຕັກໂນໂລຢີ Auckland, ບ່ອນທີ່ມີນັກສຶກສາ ຫວຽດນາມ 300 ຄົນ ພວມຮ່ຳຮຽນ. ເມື່ອໂອ້ລົມກັບບັນດາສາດສະດາຈານ, ຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລເຕັກໂນໂລຢີ Auckland, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ເນັ້ນໜັກວ່າ:
“ລັດຖະບານ ຫວຽດນາມ ສະເໜີໃຫ້ລັດຖະບານ ນິວຊີແລນ, ທ່ານລັດຖະມົນຕີວ່າການກະຊວງສຶກສາ ກໍ່ຄື ທ່ານອະທິການບໍດີມະຫາວິທະຍາໄລເຕັກໂນໂລຢີ Auckland ສືບຕໍ່ເພີ່ມທະວີການຮ່ວມມື ສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຫວຽດນາມ. ຂ້າພະເຈົ້າສະເໜີໃຫ້ພວກທ່ານເພີ່ມທຶນສຶກສາເພື່ອໃຫ້ນັກສຶກສາ ຫວຽດນາມ ໄດ້ຮ່ຳຮຽນຢູ່ ນິວຊີແລນ ຕື່ມອີກ. ຂ້າພະເຈົ້າກໍ່ສະເໜີພວກເພື່ອນພິຈາລະນາເລື່ອງຫລຸດຜ່ອນຄ່າຮຽນໃຫ້ແກ່ນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ນິວຊີແລນ ຍ້ອນວ່າ ບັນດານັກສຶກສາ ຫວຽດນາມ ແມ່ນຂົວຕໍ່ລະອຽດ, ແທດຈິງເພື່ອເພີ່ມທະວີການພົວພັນມິດຕະພາບທີ່ດີງາມລະຫວ່າງ 2 ປະເທດ.”
ແທ່ງຈູງ,ນັກຂ່າວVOVໃຫ້ຂ່າວຈາກAuckland