ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຂດປົກຄອງພິເສດ ຮົງກົງແຫ່ງປະເທດຈີນ |
(vovworld)- ຕອນເຊົ້າວັນທີ 14/9, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະ ໄດ້ເດີນທາງອອກຈາກປັກກິງ, ໄປຢ້ຽມຢາມເຂດປົກຄອງພິເສດ ຮົງກົງແຫ່ງປະເທດຈີນ. ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ເວທີປາໄສດຳເນີນທຸລະກິດ ແລະ ການລົງທຶນຫວຽດນາມ-ຮົງກົງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
“ ສະພາບແວດລ້ອມທີ່ດີພວມລໍ່ຖ້າພວກເພື່ອນ, ຫວັງວ່າ ພວກເພື່ອນສືບຕໍ່ເຂົ້າມາລົງທຶນຢູ່ຫວຽດນາມ ເພື່ອພ້ອມກັນພັດທະນາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພວກຂ້າພະເຈົ້າໝັ້ນໝາຍວ່າ ຫວຽດນາມຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຮົ່ງກົງລົງທຶນເຂົ້າບັນດາຂົງເຂດຊຶ່ງຕົນມີທ່າແຮງຄື ທະນາຄານ, ການເງິນ, ການປະກັນໄພ, ການບໍລິການຂົນສົ່ງທາງທະເລ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ…. ”
ສ່ວນໃນບົດປາໄສຂອງຕົນ, ຜູ້ຮັກສາການເຂດປົກຄອງພິເສດຮົງກົງ ທ່ານ Rimsky Yeun ໄດ້ຕີລາຄາວ່າ ການພົວພັນຮ່ວມມືລະຫວ່າງຮົ່ງກົງ ແລະ ຫວຽດນາມພວມພັດທະນາທຸກດ້ານ. ທີ່ເວທີປາໄສ, ບັນດາວິສາຫະກິດໄດ້ເຊັນສັນຍາຮ່ວມມື 10 ສະບັບ ແລະ ຂໍ້ຜູກພັນດ້ານການຄ້າລວມມູນຄ່າເຖິງ 10 ຕື້ USD.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກໍໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດ, ວິສາຫະກິດໃຫຍ່ຢູ ່ຮົ່ງກົງ.