ນາຍົກລັດຖະມົນຕີອະນຸມັດຜ່ານແຜນການປະຕິບັດສົນທິສັນຍາອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍ
( ພາບປະກອບ )
(vovworld) - ວັນທີ 15/8, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ປະກາດຂໍ້ຕົກລົງກ່ຽວກັບເລື່ອງອະນຸມັດຜ່ານແຜນການປັນຂະຫຍາຍການປະຕິບັດສົນທິສັນຍາອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍ. ແຜນການຜັນຂະຫຍາຍການປະຕິບັດສົນທິສັນຍາອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍໄດ້ກຳນົດເນື້ອໃນວຽກງານ, ໜ້າທີ່ຮັບຜິດຊອບ ແລະ ແບ່ງໜ້າທີ່ໃຫ້ແກ່ບັນດາກະຊວງ, ອົງການ, ທ້ອງຖິ່ນຢ່າງລະອຽດໃນການຜັນຂະຫຍາຍການປະຕິບັດສົນທິສັນຍາອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍ, ຮັບປະກັນເໝາະສົມກັບລັດຖະທຳມະນູນ, ກົດໝາຍ ແລະ ເງື່ອນໄຂຕົວຈິງໃນສັງຄົມຂອງຫວຽດນາມ ແລະ ເພື່ອແນໃສ່ປະຕິບັດພາລະໜ້າທີ່ຂອງບັນດາປະເທດສະມາຊິກຢ່າງຄົບຖ້ວນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳກໍ່ການຮ້າຍ; ປະກອບສ່ວນສຳເລັດລະບົບກົດໝາຍ, ຍົກສູງປະສິດທິຜົນ ແລະ ຊຸກຍູ້ການຮ່ວມມືກັບສາກົນໃນການປ້ອງກັນ ແລະ ຕ້ານກໍ່ການຮ້າຍ. ເນື້ອໃນແຜນການໄດ້ປະກາດໃຊ້ພ້ອມກັບຂໍຕົກລົງຂອງນາຍົກລັດຖະມົນຕີ ເຊິ່ງລວມມີ 6 ພາກຄື: ວຽກງານໂຄສະນາ, ເຜີຍແຜ່ສົນທິສັນຍາ ແລະ ກົດໝາຍກ່ຽວກັບການປ້ອງກັນ, ຕ້ານກໍ່ການຮ້າຍ; ກວດການຄືນ, ຫັນເປັນລະບົບບັນດາເອກະສານນິຕິກຳກ່ຽວກັບການປ້ອງກັນ, ຕ້ານກໍ່ການຮ້າຍ; ຮ່ວມມືກັບສາກົນກ່ຽວກັບການປ້ອງກັນ, ຕ້ານກໍ່ການຮ້າຍ; ສ້າງກົນໄກສົມທົບລະຫວ່າງບັນດາກະຊວງ, ອົງການ, ທ້ອງຖິ່ນໃນການກະທຳປ້ອງກັນ, ຕ້ານກໍ່ການຮ້າຍ… ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ວັນທີ 15/8/2012 ເປັນຕົນໄປ.