ນາຍົກລັດຖະມົນຕີເຂົ້າຮ່ວມພິທີສະເຫຼີມສະຫຼອງ15ປີແຫ່ງວັນສ້າງຕັ້ງສູນຕິດຕໍ່ຄ້າຂາຍຫັຼກຊັບນະຄອນໂຮ່ຈິມິນ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ກ່າວຄຳເຫັນທີ່ພິທີ)
(vovworld) - ພິທີສະເຫຼີມສະຫຼອງ15ປີແຫ່ງວັນສ້າງຕັ້ງສູນຕິດຕໍ່ຄ້າຂາຍຫັຼກຊັບນະຄອນໂຮ່ຈິມິນ (20/07/2000 – 20/07/2015), ຖືກດຳເນີນໄປໃນຕອນບ່າຍວັນທີ 25/07, ຢູ່ນະຄອນໂຮ່ຈິມິນ. ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີວ່າ, ໃນໄລຍະຈະມາເຖິງສູນຕິດຕໍ່ຄ້າຂາຍຫັຼກຊັບນະຄອນໂຮ່ຈິມິນ ຕ້ອງມານະພະຍາຍາມ, ປະກອບສ່ວນຢ່າງມີປະສິດທິຜົນກວ່າເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ. ບັນດາບໍລິສັດຕິດຕໍ່ຄ້າຂາຍຫັຼກຊັບຕ້ອງເຄື່ອນໄຫວຢ່າງປອດໄສ, ເປີດເຜີຍເພື່ອໃຫ້ຕະຫຼາດຫຼັກຊັບຫວຽດນາມ ເຂັ້ມແຂງ, ນີ້ແມ່ນຊ່ອງຕົ້ນຕໍ່ເພື່ອລະດົມທຶນໄລຍະກາງ ແລະ ຍາວ ແລະ ມີປະສິດທິຜົນເພື່ອຮັບໃຊ້ການພັດທະນາຂອງປະເທດຊາດ.
“ຂ້າພະເຈົ້າຫວັງວ່າ, ຂະແໜງຫຼັກຊັບສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ເພື່ອຕະຫຼາດຫຼັກຊັບຫວຽດນາມ ແລະ ຂະແໜງຫຼັກຊັບຫວຽດນາມ ພັດທະນາຢ່າງວ່ອງໄວ ແລະ ມີປະສິດທິຜົນກວ່າ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ ແລະ ໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝຢ່າງແທດຈິງ”.