ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ພາບປະກອບ: internet
|
(vovword) - ຈຸດໝາຍຂອງແຜນຮ່າງ ນັ້ນແມ່ນເຮັດໃຫ້ລັດວິສາຫະກິດມີໂຄງປະກອບຢ່າງເໝາະສົມກວ່າ, ສຸມໃສ່ເຂົ້າໃນຂະແຫນງການ, ຂົງເຂດຫລັກແຫລ່ງ, ສະຫນອງຜະລິດຕະພັນ, ບໍລິການທີ່ມີປະໂຫຍດຕໍ່ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນພື້ນຖານເພື່ອໃຫ້ເສດຖະກິດແຫ່ງລັດປະຕິບັດບົດບາດຫລັກແຫລ່ງ, ເປັນກຳລັງທາງດ້ານວັດຖຸສຳຄັນເພື່ອໃຫ້ລັດມີການກຳນົດທິດ, ບໍລິຫານພື້ນຖານເສດຖະກິດ ແລະ ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ຄຽງຄູ່ກັນນັ້ນ ການສ້າງໂຄງປະກອບຄືນໃຫມ່ ແນໃສ່ຍົກສູງກຳລັງແກ້ງແຍ້ງ, ອັດຕາສ່ວນລາຍຮັບຂອງວິສາຫະກິດດຳເນີນທຸລະກິດ, ສຳເລັດຫນ້າທີ່ການຜະລິດ, ສະຫນອງບັນດາຜະລິດຕະພັນ, ບໍລິການທີ່ມີປະໂຫຍດຕໍ່ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສຳລັບວິສາຫະກິດເຄື່ອນໄຫວເພື່ອຜົນປະໂຫຍດຕໍ່ສັງຄົມ. ການສ້າງໂຄງປະກອບກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດຄືນໃຫມ່ ໄດ້ຮັບການປະຕິບັດຢ່າງຮອບດ້ານຈາກຮ່າງໂຄງປະກອບການຈັດຕັ້ງ,ການຄຸ້ມຄອງ,ແຫລ່ງ
ຊັບພະຍາກອນມະນຸດ, ຮູບການຜະລິດດຳເນີນທຸລະກິດ, ຍຸດທະສາດພັດທະນາ, ການລົງທຶນຕະຫລອດຮອດຕະຫລາດ ແລະ ຜະລິດຕະພັນ. ສ້າງໂຄງປະກອບກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດຄືນໃຫມ່ໃຫ້ສອດຄອ່ງກັບສະພາບຕົວຈິງ ແລະ ຄຳຮຽກຮ້ອງຕ້ອງການຂອງຫນ້າທີ່.