ນາຍົກລັດຖະມົນຕີໄທຮຽກຮ້ອງໃຫ້ປະຊາຊົນຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງ

ນາຍົກລັດຖະມົນຕີໄທຮຽກຮ້ອງໃຫ້ປະຊາຊົນຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງ - ảnh 1
ວັນທີ 5/1, ຜູ້ສະໜັບສະໜູນຝ່າຍຄ້ານຈັດຕັ້ງການແຫ່ຂະບວນປະທ້ວງຢູ່ບັງກອກ
(ພາບ: vtc.vn)

(vovworld) – ວັນ​ທີ 5/1, ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ​ໄທ ຍິ່ງ​ລັກ ຊິນ​ນະ​ວັດ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ປະ​ເທດ​ນີ້​ຕັ້ງໜ້າ​​ໄປປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ການ​ເລືອກຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ​​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​​ໃນ​ວັນ​ທີ 2/2 ຈະ​ມາ​ເຖິງ. ຕາມ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ​ແລ້ວ, ​ໃນ​ສະພາບ​ການ​ປະຈຸ​ບັນຂອງ ​ໄທ, ນັ້ນ​ແມ່ນ​ມາດ​ຕະການ​ດີ​ທີ່​ສຸດ​ໃຫ້​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ. ທ່ານ​ນາງນາຍົກລັດຖະມົນຕີ ​ໄທ ​ເນັ້ນ​ໜັກ​ວ່າ: ສະພາບ​ຂາດ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ພວມ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ພື້ນຖານ​ເສດຖະກິດ​ຂອງ​ປ​ະ​ເທດ​ຊາດ, ພິ​ເສດ​ແມ່ນ​ຂະ​​ແໜງ​ທ່ອງ​ທ່ຽວ. ຄຳ​ຮຽກຮ້ອງ​ດັ່ງກ່າວ​ຂອງ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ​ໄດ້​ຍົກ​ອອກ​ມາ​ໃນ​ຂະນະ​ທີ່​ປະຊາຊົນ​ນັບ​ໝື່ນ​ຄົນ​ທີ່​ຂຶ້ນ​ກັບ​ຝ່າຍ​ຄ້ານ​ຢູ່​ໄທ​​ສືບ​ຕໍ່​ລົງ​ຖະໜົນ​​ແຫ່​ຂະ​ບວນປະ​ທ້ວງ​ໃນວັນ​ດຽວ​ກັນ​ຢູ່​ນະຄອນຫຼວງ ບັງ​ກອກ ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ ຕ້ອງລາ​ອອກ​ຈາກ​ຕຳ​ແໜ່​ງ, ຜູ້​ຕາງໜ້າ​ຝ່າຍ​ຄ້ານ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເດີນ​ຂະ​ບວນປະ​ທ້ວງ​ຄັ້ງ​ທຳ​ອິດ​ເພື່ອ​ແນ​ໃສ່​​ເປີດ​ສາກ​ບັ້ນ​ຮົບ “ຢືດຄອງ” ນະຄອນ​ຫຼວງ​ໃນ​ວັນ​ທີ 13/1 ຕາມແຜນການທີ່​ໄດ້​ວາງ​ອອກ.

    ຜູ້ຕາງໜ້າ​ພັກ ​ເພື່ອ​ໄທ ກຳ​ອຳນາດ​ກ່າວ​ເຕືອນ​ວ່າ: ຖ້າ​ຫາກການ​ກະທຳ “ປິດ​ລ້ອ​ມ ບັງ​ກອກ” ​ໃນ​ວັນ​ທີ 13/1 ຈະ​ມາ​ເຖິງ​ຂອງ​ຝ່າຍ​ຄ້ານ, ​ເກີດ​ຂຶ້ນ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ເຖິງ 200 ຕື້​ບາດ. ​ແລະ ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ຖະບານ​ຊົ່ວຄາວ ​ໄທ ສຸຣາພົງ ​ໂຕ​ວິຈັກ​ໄຈ​ກຸນ ​ກໍ່​ໄດ້ໃສ່​ໃຈປະຊາຊົນ​ວ່າ: ການ​ກະທຳ “ປິດ​ລ້ອ​ມ ບັງ​ກອກ” ​ນີ້ແມ່ນ​ລະ​ເມີດ​ກົດໝາຍ ​ແລະ ອຳ​ນາດ​ການ​ປົກຄອງ​ຈະ​ນຳ​ໃຊ້​ການ​ກະທຳ​ນິຕິກຳສຳລັບ​ຫົວໜ້າ​​ຂະ​ບວນ​ແຫ່ຕ້ານ​ລັດຖະບານ​ທີ່​ຜິດ​ກັບ​ກົດໝາຍ.


ຂ່າວ/ບົດ​ອື່ນ