ນາຍົກລັດຖະມົນຕີ ລາວ ຕີລາຄາສູງການຮ່ວມມືຂອງ ຫາຍຟ່ອງ

ນາຍົກລັດຖະມົນຕີ ລາວ ຕີລາຄາສູງການຮ່ວມມືຂອງ ຫາຍຟ່ອງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ແລະ ທ່ານ Nguyen Van Thanh, ກຳມະການ​ສູນ​ກາງ​ພັກ, ​ເລ​ຂາ​ຄະນະ​ພັກ​ນະຄອນ ຫາຍ​ຟ່ອງ
(ພາບ: Hoàng Chương/Vietnam+)

(vovworld) - ວັນ​ທີ 8/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນະຄອນ ຫາຍ​ຟ່ອງ, ​ໂດຍ​ທ່ານ Nguyen Van Thanh, ກຳມະການ​ສູນ​ກາງ​ພັກ, ​ເລ​ຂາ​ຄະນະ​ພັກ​ນະຄອນ ຫາຍ​ຟ່ອງ ນຳ​ໜ້າ ທີ່ພວມ​ຢູ່​ຢ້ຽມຢາມ ສປປ ລາວ ​ແຕ່​ວັນ​ທີ 6 – 12/8. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ຕີ​ລາຄາ​ສູງ​ຄະນະ​ຜູ້​ແທນ​ນະຄອນ ຫາຍ​ຟ່ອງ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ ວຽງ​ຈັນ ​ແລະ ​ແຂວງ ອຸດົມ​ໄຊ. ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ຫວັງ​ວ່າ: ນະຄອນ ຫາຍ​ຟ່ອງ ​ແມ່ນ​ນະຄອນ ອຸດສາ​ຫະກຳ, ທີ່ມີ​ລະດັບ​ພັດທະນາ​ຢ່າງ​ວ່ອງໄວ​ຂອງ​ຫວຽດນາມ ຈະ​ຊ່ວຍ​​ເຫຼືອ ບັນດາ​ແຂວງຂອ​ງ ລາວ ບຳລຸງ​ສ້າງ​​ຊັບພະຍາກອນ​ມະນຸດ​ຢ່າງມີ​ຈຸດ​ສຸມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ທີ່​​ແທດ​ຈິງ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ: ການ​ຮ່ວມ​ມື​ຂອງ ຫາຍ​ຟ່ອງ ກັບ​ບັນດາ​ແຂວງ​ພາກ​ເໜືອ ລາວ ​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ສາຍ​ພົວພັນຮ່ວມ​ມື​ອັນລະອຽດ, ​ແທດ​ຈິງ ​ໃນ​ການ​ພົວພັນ​ແບບ​ພິ​ເສດ, ຮອບດ້ານ ຫວຽດນາມ - ລາວ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຄະນະຜູ້​ແທນ​ນະຄອນ ຫາຍ​ຟ່ອງ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະ​ຫວາດ ​ເລັ່ງສະຫວັດ ​ແລະ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນຫຼວງ ວຽງ​ຈັນ, ພິຈາລະນາ ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ