ນາຍົກລັດຖະມົນຕີ ວານົວຕູ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງຈົດງາມ
(ທ່ານນາຍົກລັດຖະມົນຕີ ວານົວຕູ ຢ້ຽມຢາມນະຄອນໂຮ່ຈິມິນ)
(vovworld) – ຕອນຄໍ່າວັນທີ 09/10, ທ່ານນາຍົກລັດຖະມົນຕີສ.ວານົວຕູ Joe Natuman ເດີນທາງອອກຈາກນະຄອນໂຮ່ຈິມິນ, ສິ້ນສຸຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 05 – 09/10, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ວານົວຕູ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ; ເຂົ້າຢ້ຽມຂໍ່ານັບທ່ານປະທານປະເທດ ເຈືອງເຕີນຊາງ. ທີ່ບັນດາການພົບປະກັບການນຳຂັ້ນສູງຂອງຫວຽດນາມ, 2 ຝ່າຍຖືວ່າ ຫວຽດນາມ ແລະ ວານົວຕູ ມີຄວາມສາມາດບົມຊ້ອນໃນການຮ່ວມມືຫຼາຍຢ່າງ; ເຫັນດີວ່າ ໃນໄລຍະຈະມາເຖິງ ຕ້ອງສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ພ້ອມທັງສົ່ງເສີມການພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ວານົວຕູ ໄດ້ໄປຢ້ຽມຢາມນະຄອນໂຮ່ຈິມິນ; ຢ້ຽມຢາມບາງເຂດປູຊະນີຍະສະຖານວັດທະນະທຳ, ປະຫວັດສາດຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ. ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານເຕັກນິກ ແລະ ພັດທະນາ.