ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດລົງທຶນ, ການຄ້າ ອາຊຽນ - ຈີນ ຄັ້ງທີ 10

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດລົງທຶນ, ການຄ້າ ອາຊຽນ - ຈີນ ຄັ້ງທີ 10 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
(ພາບ: TTXVN)

(vovworld) –  ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ, ວັນ​ທີ 2/9, ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ​ໄປ​ນະຄອນ ໜາມ​ໜິງ, ​ແຂວງ ກວາງ​ຊີ ​ເຂົ້າ​ຮ່ວມ​ງານ​ຕະຫລາດ​ນັດ, ກອງ​ປະຊຸມ​ສຸດ​ຍອດ​ລົງທຶນ ​ແລະ ການ​ຄ້າ ອາ​ຊຽນ - ຈີນ ຄັ້ງ​ທີ 10 ຖືກ​ດ​ຳ​ເນີນ​ໃນ​ວັນ​ທີ 2 ​ແລະ 3/9. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຂົ້າ​ຮ່ວມ​ເຫດການ​ນີ້​ສະ​ແດງ​​​​ໃຫ້​ເຫັນ ພັກ, ລັດ​ ຫວຽດນາມ​ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ຈີ​ນ, ປະກອບ​ສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ ອາ​ຊຽນ ກັບ ຈີນ ​ເວົ້າ​ລວມ​.

        ງານ​ຕະຫລາດ​ນັດ​ວາງສະ​ແດງ ອາ​ຊຽນ - ຈີນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ ​ແລະ ການ​ຄ້າ ອາ​ຊຽນ - ຈີນ ​ແມ່ນ​ເຫດການ​ໂດຍ​ກະຊວງ​ການ​ຄ້າ ຈີນ ​ແລະ 10 ປະ​ເທດ​ສະມາຊິກ ອາ​ຊຽນ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ​ປະຈຳ​ປີ​ຢູ່ ໜາມ​ໜິງ, ​ແຂ​ວງ ກວາງຊີ. ນີ້​ແມ່ນ 1 ​ໃນ 10 ງານ​ຕະຫຼາດ​ນັດ​ວາງສະ​ແດງ​ອັນ​ດັບ​ໜຶ່ງ​ຂອງ ຈີນ, ບໍ່​ພຽງ​ແຕ່​ແມ່ນ​ຈຸດ​ນັດ​ພົບ​ຂອງຈຸດ​ນັດພົບ​ຂອງ​ບັນດາ​ວິ​ສາ​ຫະກິດ ຈີນ ​ ​ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເທົ່າ​ນັ້ນ, ຫາກຍັງ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໃນ​ພາກ​ພື້ນ​ອີກ​ດ້ວຍ. ຜ່ານ​ການ​ຈັດ​ຕັ້ງ​ມາ​ໄດ້ 9 ຄັ້ງ, ງານ​ຕະຫຼາດນັດ​ໄດ້​ກາຍ​ເປັນ​ກົນ​ໄກ​ສຳຄັນ, ຊຸກຍູ້​ການ​ພົວພັນ​ມິດຕະພາບ, ສົ່ງ​ເສີມການ​ຄ້າ ​ແລະ ການ​ຮ່ວມ​ມື​ຫຼາຍ​ຂົງ​ເຂດລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ກັບ ຈີນ ດ້ວຍ​ຍອດ​ມູນ​ຄ່າ​ແລກປ່ຽນ​ການ​ຄ້າ​ບັນ​ລຸກ່ວາ 10.000 ຕື້ USD ​ແລະ ກ່ວາ 50 ຕື້ USD ກ່ຽວ​ກັບການ​ຮ່ວມ​ມື​ລົງທຶນ​ກັບ​ສາກົນ.

    ພ້ອມ​ກັບງານ​ຕະຫຼາດນັດ​ວາງສະ​ແດງ ອາ​ຊຽນ - ຈີນ ​ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ ​ແລະ ການ​ຄ້າ ອາ​ຊຽນ - ຈີນ ຄັ້ງ​ທີ 10 ກໍ່ຈະ​ດຳ​ເນີນໄປ, ນີ້​ແມ່ນ​ເວທີ​ປາ​ໄສ​​ໂອ້​ລົມ​ສົນທະນາ​ຂັ້ນ​ສູງ​ສຳຄັນ​ລະຫວ່າງ ອາ​ຊຽນ - ຈີນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ້າງ 2 ຝ່າຍ, ຊຸກຍູ້​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ - ຈີນ ​ແລະ ​ເຮັດ​​ໃຫ້ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ໃນ​ພາກ​ພື້ນ​ເລິກ​ເຊິ່ງກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ສະພາບຄວາມ​ຫຍຸ້ງຍາກ​ລວມຂອງ​ເສດຖະກິດ​ໂລກ. 

    ຕາມ​ແຜນການ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽງ ​ເພື່ອ​ແນ​ໃສ່​ແລກປ່ຽນ​​ບັນດາ​ບັນຫາ​ເຊິ່ງທັງ 2 ຝ່າຍຕ່າງ​​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ