ນຳບັ້ນຂົນຂວາຍວັນເພື່ອຄົນທຸກຍາກກ້າວເຂົ້າສູ່ລວງເລິກ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: vuvanninh.net)
(vovworld) - ຕອນເຊົ້າວັນທີ 27/12, ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບບັ້ນຂົນຂວາຍ “ວັນເພື່ອຄົນທຸກຍາກ” ປີ 2012. ພາຍຫຼັງ 12 ປີນັບແຕ່ເມື່ອປຸກລະດົມ, ກອງທຶນເພື່ອຄົນທຸກຍາກ 4 ຂັ້ນໃນທົ່ວປະເທດຂົນຂວາຍໄດ້ກ່ວາ 8500 ຕື້ດົ່ງ. ພ້ອມກັບການສະໜັບສະໜູນກອງທຶນເພື່ອຄົນທຸກຍາກ, ແນວໂຮມປະເທດຊາດ ແລະ ຄະນະຂົນຂວາຍ “ວັນເພື່ອຄົນທຸກຍາກ” ທຸກຂັ້ນ ຍັງຂົນຂວາຍການສະໜັບສະໜູນຄົນທຸກຍາກດ້ວຍຄ່າແຮງງານ, ກໍ່ສ້າງ ແລະ ບູລະນະສ້ອມແປງເຮືອນແຫ່ງມະຫາສາມັກຄີກ່ວາ 1,3 ລ້ານແຫ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນິນ ຢືນຢັນວ່າ:
ພ້ອມກັບການລົງທຶນຂອງລັດ ແລະ ການບືນຕົວຂຶ້ນຂອງຄົນທຸກຍາກ, ພາລະກິດລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຂອງປະເທດເຮົາໄດ້ຮັບຜົນ. ຫຼຸດຜ່ອນຄວາມທຸກຍາກ, ເບິ່ງແຍງດູແລໃຫ້ແກ່ຄົນທຸກຍາກ ແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ ເຊິ່ງຍາມໃດພັກ ແລະ ລັດກໍເອົາໃຈໃສ່, ຊີ້ນຳນຳພາເພື່ອຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຄວາມຮຽກຮ້ອງທີ່ວາງອອກໃຫ້ແກ່ທຸກຂັ້ນ, ທຸກຂະແໜງແລະ ທົ່ວລະບົບການເມືອງແມ່ນຕ້ອງສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ, ສ້າງເງື່ອນໄຂເພື່ອຍູ້ແຮງວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໂດຍໄວ, ເຂັ້ມແຂງ ແລະ ໝັ້ນຄົງກ່ວາ.
ປີ 2013, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດ ແລະ ຄະນະຂົນຂວາຍ “ວັນເພື່ອຄົນທຸກຍາກ” ທຸກຂັ້ນ ສືບຕໍ່ເພື່ອທະວີວຽກງານໂຄສະນາບັ້ນຂົນຂວາຍ ແລະ ເດືອນ “ເພື່ອຄົນທຸກຍາກ” ເພື່ອສ້າງກຳລັງແຮງເບິ່ງແຍງດູແລ, ຊ່ວຍເຫຼືອຄົນທຸກຍາກ. ພ້ອມທັງເພີ່ມທະວີການກວດກາເລື່ອງຮັບເອົາ, ນຳໃຊ້ກອງທຶນ, ຮັບປະກັນປະຕິບັດຕາມລະບຽບການຄຸ້ມຄອງກອງທຶນ./.