ນຳເອົາການເຕີບໂຕຂຽວເຂົ້າແຜນການພັດທະນາເສດຖະກິດຂອງທ້ອງຖິ່ນ

ນຳເອົາການເຕີບໂຕຂຽວເຂົ້າແຜນການພັດທະນາເສດຖະກິດຂອງທ້ອງຖິ່ນ - ảnh 1
(ພາບປະກອບ)

(vovworld)- ​ ​ຕອນ​ເຊົ້າ​ ວັນ​ທີ 31/10, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ (CIEM) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ສົມ​ທົບ​ບັນ​ດາ​ເປົ້າ​ໝາຍ​ ຂອງ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ ​ເຂົ້າ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຢູ່​ແຕ່​ລະ​ແຂວງ, ນະ​ຄອນ ທີ່​ຂື້ນ​ກັບ​ສູນ​ກາງ”. ກ່າວ​ຄວາ​ມ​ເຫັນ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ປອ. ຫງວຽນ​ດິງ​ກຸງ, ຫົວ​ໜ້າ​ສະ​ຖາ​ບັນ CIEM, ໃຫ້​ຮູ້​ວ່າ: ເປົ້​າໝາຍ​ການ​ພັດ​ທະ​ນາ ແລະ ເຊື່ອມໂຍງ​ກັບສາ​ກົນ​ແບບ​ຍືນ​ຍົງ, ຕາມ​ການກຳ​ນົດ​ທິດ​​ຫັນ​ເປັນ​ທັນ​ສະ​ໄໝ ທີ່​ວາງ​ອອກ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແມ່ນ​ຄ​ວນ​ມີ​ວິ​ທີ​ການ​ສຳ​ຜັດ ແລະ ຈິນ​ຕະ​ການ​ໃໝ່. ເອົາ​ການ​ພັດ​ທະ​ນາ​ແບບ​ຍືນຍົງ ສົມ​ທົບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ເປັນ​ຢູ່ ​ຂອງ​ປະ​ຊາ​ຄົມ ເປັນ​ເປົ້າ​ໝາຍ​ຍຸດ​ທະ​ສາດ.

        ປັດ​ຈຸ​ບັນ ຫວຽດ​ນາມ ​ແມ່ນ​ປະ​ເທດ​ເປັນເຈົ້າ​ການ, ເຂົ້າ​ຮ່ວມ, ສະ​ໜັບ​ສະ​ໜູນ ບັນ​ດາ​ຂໍ້​ລິ​ເລີ່ມ, ເນື້ອ​ໃນ​ການ​ເຕີບ​ໂຕ​ຂຽວ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ, ກໍ່​ຄື​ໃນ​ທົ່ວ​ໂລກເປັນ​ປະ​ຈຳ. ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຖື​ວ່າ: ບັນ​ດາ​ແຂວງ ຄວນ​ທາບທາມບັນ​ດາ​ຮູບ​ແບບ​ການ​ເຕີບ​ໂຕ​ຂຽວ, ​ໃຫ້ເໝາະ​ສົມ, ມີ​ມາດ​ຕະ​ການ​ລະ​ດົມ ແລະ ຂຸດ​ຄົ້ນ​ ບັນ​ດາ​ແຫຼ່ງ​ກຳ​ລັງສັງ​ລວມ, ຕາມ​ທິດ​ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ ເພື່ອ​ຮັບ​ໃຊ້​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ.

 

 

 

ຂ່າວ/ບົດ​ອື່ນ