(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ)
(vovworld) - ນຳໃຊ້ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານແລະໝູນໃຊ້ທ່າແຮງເຊື່ອມຕໍ່ກັບໂລກເພື່ອດຳເນີນອາຊີບ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ທີ່ກອງປະຊຸມສຳມະນາ “ປະຕິບັດຂໍ້ລິເລີ່ມດຳເນີນອາຊີບແຫ່ງຊາດ“, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 30/3, ຢູ່ ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີກໍ່ຊີ້ແຈ້ງວ່າ, ສຳລັບຊາວໜຸ່ມເລີ່ມດຳເນີນອາຊີບ, ແລະບັນດານັກທຸລະກິດໜຸ່ມ, ລັດບໍ່ພຽງແຕ່ສ້າງຄວາມສະດວກ, ປ່ຽນໃໝ່ກົນໄກເພື່ອດຳເນີນອາຊີບ ແລະ ພັດທະນາເທົ່ານັ້ນ, ຫາກຍັງຕ້ອງມີມາດຕະການຊຸກຍູ້ຈິດໃຈດຳເນີນອາຊີບອີກດ້ວຍ. ລັດຖະບານຈະສ້າງເງື່ອນໄຂສະດວກທີ່ສຸດທີ່ກ່ຽວຂ້ອງເຖິງການປ່ຽນໃໝ່ຫົວຄິດປະດິດສ້າງ, ແລະ ການພັດທະນາໃຫ້ປະຊາຄົມວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີຫວັງວ່າ, ບັນດາຊາວໜຸ່ມ, ນັກທຸລະກິດໜຸ່ມເລີ່ມດຳເນີນອາຊີບຕ້ອງມີການປ່ຽນແປງຕົນເອງ, ປ່ຽນແປງວິໄສທັດເພື່ອດຳເນີນອາຊີບ.
“ພວກເຮົາຕ້ອງອີງໃສ່ທຸກສິ່ງທຸກຢ່າງທີ່ດີທີ່ສຸດຂອງມະນຸດ. ຂ້າພະເຈົ້າຫວັງວ່າ, ປະເທດດຳເນີນອາຊີບ, ຈິດໃຈດຳເນີນອາຊີບຈະມີຢູ່ບັນດາເວທີປາໄສຂອງອົງການປົກຄອງຕ່າງໆ. ສິ່ງສຳຄັນທີ່ສຸດແມ່ນຕ້ອງໜູນໃຊ້ວິທະຍາສາດ ເຕັກໂນໂລຢີ.“
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນຕ່າງໆກ່ຽວກັບການສ້າງເງື່ອນໄຂ, ປຸກລຸກຈິດໃຈດຳເນີນອາຊີບໃຫ້ຊາວໜຸ່ມ; ຍົກອອກບັນດາວິທີການແກ້ໄຂ ເພື່ອຊຸກຍູ້ຈິດໃຈດຳເນີນອາຊີບໃນໝູ່ຊາວໜຸ່ມ ແລະ ນັກທຸລະກິດໜຸ່ມ; ສ້າງສະພາບແວດລ້ອມດຳເນີນອາຊີບດ້ວຍວິໄສທັດວິທະຍາສາດ ເຕັກໂນໂລຢີ.