ເຂດປູສະນີຍະສະຖານ Hoang Thanh Thang Long
(ພາບ:dch.gov.vn)
(TTX)- “ບົດບາດຂອງວົງຄະນາຍາດໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກທັງລອງ-ຮ່າໂນ້ຍ“ ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາພຶດຕິກຳຕົວຈິງໂດຍສະມາຄົມມໍລະດົກວັດທະນະທຳທັງລອງ-ຮ່າໂນ້ຍ ສົມທົບກັບພະແນກ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຮ່າໂນ້ຍ ຈັດຂຶ້ນເມື່ອຕອນເຊົ້າວັນທີ 7/10 ຢູ່ຮ່າໂນ້ຍ. ບົດກະປອບຄຳເຫັນກ່ວາ 30 ບົດຂອງບັນດານັກຄຸ້ມຄອງ, ນັກຄົ້ນຄ້ວາມໍລະດົກວັດທະນະທຳໄດ້ສຸມໃສ່ເຮັດແຈ້ງຄວາມສຳຄັນຂອງວົງຄະນາຍາດຊຸມຊົນ ກໍ່ຄືເຮັດແນວໃດເພື່ອແນະນຳ, ສຶກສາອົບຮົມ ແລະ ຊ່ວຍວົງຄະນາຍາດເຂົ້າໃຈແຈ້ງບົດບາດຂອງຕົນທີ່ມີຕໍ່ໜ້າທີ່ປົກປັກຮັກສາຊັບສົມບັດຂອງລຸ້ນພໍ່ລຸ້ນອ້າຍ. ດຣ Luu Minh Tri ປະທານສະມາຄົມມໍລະດົກວັດທະນະທຳທັງລອງ-ຮ່າໂນ້ຍ ໃຫ້ຮູ້ວ່າ: ປະຈຸບັນ, ຮ່າໂນ້ຍ ມີເຂດປູສະນີຍະສະຖານປະຫວັດສາດວັດທະນະທຳກ່ວາ 5000 ແຫ່ງ, ໃນນັ້ນມີ 3 ແຫ່ງໄດ້ຮັບການຮັບຮູ້ຈາກອູແນສໂກ ແລະ ກ່ວາ 1000 ແຫ່ງຖືກຈັດລະດັບຊາດ. ດຣ Luu Minh Tri ເນັ້ນໜັກວ່າ:
“ໃນໄລຍະຜ່ານມາ, ລັດໄດ້ເພີ່ມທະວີການຄຸ້ມຄອງ ແລະ ວົງຄະນາຍາດໄດ້ເຂົ້າຮ່ວມການອະນຸລັກຮັກສາວັດທະນະທຳ, ປະຊາຊົນເຂົ້າຮ່ວມການປະຕິສັງຂອນກໍ່ດີທີ່ສຸດແຕ່ຍັງມີຂໍ້ຄົງຄ້າງຢູ່. ທີ່ກອງປະຊຸມສຳມະນາຄັ້ງນີ້, ພວກຂ້າພະເຈົ້າຢາກຕັກເຕືອນໃຫ້ສັງຄົມວ່າ: ພາລະກິດອະນຸລັກຮັກສາພັດທະນາມໍລະດົກແມ່ນຂອງລັດ ແລະ ປະຊາຊົນ ແຕ່ບົດບາດຂອງປະຊາຊົນແມ່ນສຳຄັນທີ່ສຸດ“.