ບົດປະພັນວັນນະຄະດີໄທໄດ້ພິມຈຳຫນ່າຍຢູ່ຫວຽດນາມ

ບົດປະພັນວັນນະຄະດີໄທໄດ້ພິມຈຳຫນ່າຍຢູ່ຫວຽດນາມ - ảnh 1

(vovworld)-​“ເບື້ອງ​ຫລັງ​​ພາບ” ແມ່ນ​ຊື່​ຂອງ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ ໄທ ໂດຍ​ນັກ​ປະ​ພັນສີ ບູ​ຣາ​ພາ ປະ​ດິດ​ແຕ່ງ ຫາ​ກໍ​ແປ​ເປັນ​ພາ​ສາ​ຫວຽດ ແລະ ໄດ້​ຮັບ​ພິມ​ຈຳ​ຫນ່າຍ​ຈາກ​ສຳ​ນັກ​ພິມ​ຈຳ​ຫນ່າຍ​ວັດ​ນະ​ຄະ​ດີຫວຽດ​ນາມ. ບົດ​ປະ​ພັນ​ແມ່ນ​ເວົ້າ​ເຖິງ​ເລື່ອງ​ຄວາມ​ຮັກ​ລະ​ຫວ່າງ​​ຊາຍ​ຫນຸ່ມຜູ້​ຫນຶ່ງ ແລະ ຜູ້​ຍິງຄົນ​ຫນຶ່ງ, ເຂົາ​ເຈົ້າ​ແມ່ນ​ສອງ​ຄົນ​ທີ່​ມື​ອາ​ຍຸ​ລື່ນ​ກາຍ​ກັນ​ຫລາຍ ແລະ ​ຕຳ​ແຫນ່ງວຽກ​ງານ​ໃນ​ສັງ​ຄົມ​ກໍ​ແຕກ​ຕ່າງ​ກັນ. ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ ສະ​ແດງ​ໃຫ້​ເຫັນ​ສັງ​ຄົມ​ໄທ​ໃນ​ຊຸມ​ປີ​ຕົ້ນ​ສັດ​ຕະ​ວັດ​ທີ 20 ເມື່ອ​ມີ​ການ​ຫັນ​ປ່ຽນ​ເທື່ອ​ລະ​ກ້າວ ແລະ ພົວ​ພັນ​ແລ​ກ​ປ່ຽນ​ກັບ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ. ມາ​ຮອດ​ປະ​ຈຸ​ບັນ ບົ​ດ​ປະ​ພັນ​ວັນ​ນະ​ຄະ​ດີ​ດັ່ງ​ກ່າວ ໄດ້​ພິມ​ຈຳ​ຫນ່າຍ​ເປັນ 40 ຄັ້ງ ແລະ ຜະ​ລິດ​ເປັນ​ຮູບ​ເງົາ​ເປັນ 3 ຄັ້ງ, ສ້າງ​ບົດ​ລະ​ຄອນ 1 ຄັ້ງ ແລະ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້ອ​່ານ​ໄທ ກ​ໍ​ຄ​ື​ຫລາຍ​ປະ​ເທດ​ໃນ​ໂລກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ຂ່າວ/ບົດ​ອື່ນ