ບັນດາການເຄື່ອນໄຫວທີ່ດູດດື່ມຢູ່ນະຄອນໂຮ່ຈິມິນ ໃນໂອກາດບຸນເຕັດ ປີຈໍ 2018

(VOVWORLD) -ຕອນບ່າຍວັນທີ 18 ກຸມພາ, ກົງກັບວັນທີ 3 ບຸນເຕັດ, ຄະນະຄຸ້ມຄອງຖະໜົນປຶ້ມນະຄອນໂຮ່ຈິມິນ ໄດ້ສົມທົບກັບບໍລິສັດວັດທະນະທຳພາກໃຕ້ ຈັດລາຍການ “ຂັບກາບກອນ” ຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ
ບັນດາການເຄື່ອນໄຫວທີ່ດູດດື່ມຢູ່ນະຄອນໂຮ່ຈິມິນ ໃນໂອກາດບຸນເຕັດ ປີຈໍ 2018 - ảnh 1ລາຍການ ຂັບກາບກອນຖືກຈັດຂຶ້ນຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ 

ນີ້ແມ່ນຄັ້ງທຳອິດທີ່ລາຍການ ຂັບກາບກອນຖືກຈັດຂຶ້ນຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ. ຄະນະຈັດຕັ້ງຢາກວາດພາບເຖິງການຂັບກາບກອນແບບທັນສະໄໝ, ມີສິສັນວັນນະຄະດີຫວຽດນາມຫຼາຍກ່ວາ. ທ່ານນາງ ມາຍເງິນຮວາ ຫົວໜ້າກຸ່ມປະຊາສຳພັນ, ບໍລິສັດວັດທະນະທຳພາກໃຕ້ ໃຫ້ຮູ້ວ່າ : 

    “ ເປົ້າໝາຍຂອງຄະນະຈັດຕັ້ງ ແມ່ນມີຄວາມຫວັງຢາກຫັນຖະໜົນປຶ້ມໃຫ້ກາຍເປັນຖະໜົນຂັບກາບກອນ. ນອກຈາກນັ້ນ, ເນື່ອງໃນໂອກາດຕົ້ນປີໃໝ່, ຊາວຫວຽດນາມມີປະເພນີແຕ່ງກະວີຍາມຕົ້ນປີ ຊຶ່ງກໍເປັນຄວາມງາມ ແລະ ເປັນຄວາມຄາດຫວັງຕໍ່ສິ່ງທີ່ດີເມື່ອກ້າວສູ່ປີໃໝ່ ”

ຕອບກັບ

ຂ່າວ/ບົດ​ອື່ນ