ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ ຢູ່ ອິນໂດເນເຊຍ ແລະ ອາກຊັງຕິນ
(VOVWORLD) -ຕອນຄ່ຳວັນທີ 5 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2019).
ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ |
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ເນັ້ນໜັກເຖິງ ບັນດາຜົນງານຂອງ ຫວຽດນາມໃນກິດຈະການພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ກ່ຽວກັບການພົວພັນອັນດີງາມທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານ ຟ້າມກວາງວິງ ໄດ້ຢັ້ງຢືນວ່າ ສອງປະເທດໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ແລະ ນັບມື້ນັບໄດ້ຮັບການພັດທະນາໃນຫຼາຍຂົງເຂດຄືເສດຖະກິດ, ການຄ້າ, ການທ່ອງທ່ຽວ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຖືວ່າ ໃນສະພາບການໂລກມີການຜັນແປ່ຢ່າງສັບສົນຫຼາຍຢ່າງ, ບັນດາປະເທດຄວນຮ່ວມແຮງຮ່ວມໃຈກັນສ້າງສັນຕິພາບບົນຫຼັກການປະຕິບັດຕາມກົດໝາຍສາກົນ, ເຄົາລົບເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນລະຫວ່າງບັນດາປະເທດ.
ແລະກໍ່ໃນວັນທີ 5 ກັນຍາ, ສະຖານທູດ ຫວຽດນາມປະຈຳ ອາກຊັງຕິນ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມເຊັນດຽວກັນ.