ບັນດາການເຄື່ອນໄຫວເພື່ອຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີ ແລະ ຄອບຄົວເປົ້າໝາຍນະໂຍບາຍ
(VOVWORLD) -ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 74 ປີ (27/7/1947 – 27/7/2021), ວັນທີ 24 ກໍລະກົດ, ນະຄອນ ໂຮ່ຈີມິນ ຄາດວ່າຈະສະຫງວນເງິນຈຳນວນ 76 ຕື້ດົ່ງ ເພື່ອມອບໃຫ້ 74.600 ຄອບຄົວເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີ.
ບັນດາເປົ້າໝາຍທີ່ໄດ້ຊົມໃຊ້ນະໂຍບາຍດັ່ງກ່າວລວມມີ ແມ່ ຫວຽດນາມ ວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ທີ່ເຂົ້າຮ່ວມການສູ້ຮົບຖືກຕິດທາດພິດເຄມີ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ…
ສ່ວນຢູ່ ດ່າໜັງ, ຄະນະກຳມະການປະຊາຊົນນະຄອນ ກໍໄດ້ລົງນາມໃນຂໍ້ຕົກລົງອະນຸມັດໃຫ້ເບີກຈ່າຍເງິນຈຳນວນກວ່າ 16 ຕື້ດົ່ງ ເພື່ອຈັດຕັ້ງການໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນນະຄອນ ເນື່ອງໃນໂອກາດນີ້ເຊັ່ນດຽວກັນ. ໂດຍມີທັງໝົດກວ່າ 27.000 ເປົ້າໝາຍໄດ້ຮັບຂອງຂວັນເນື່ອງໃນໂອກາດນີ້. ປີ 2021, ດ່າໜັງ ໄດ້ປະຕິບັດສຳເລັດການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໄດ້ ຸ708 ຫຼັງ ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.