ທ່ານນາງ ເຈືອງມີ້ຮ່ວາ ອະດີດຮອງປະທານປະເທດຫວຽດນາມ, ປະທານກອງທຶນສຶກສາ ວືອາຢິ້ງ ຕອບສຳພາດໃນໂອກາດຈັດພິທີສະເໜີຕົວ “ ສະໂມສອນພະນັກງານການນຳຍິງຂອງວິສາຫະກິດ ”
|
(vovworld-) ບັນດາການເຄື່ອນໄຫວໃນວັນແມ່ຍິງຫວຽດນາມ 20/10 ໄດ້ຖືກຈັດຂຶ້ນໃນທົ່ວປະເທດ . ຕອນບ່າຍວັນທີ 19/10, ຢູ່ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເໜີຕົວ “ ສະໂມສອນພະນັກງານການນຳຍິງຂອງວິສາຫະກິດ ” ຊຶ່ງເປັນການເປີດສາກໃຫ້ແກ່ບັນດາເຫດການ “ Women leaders forum ” . ທີ່ພິທີດັ່ງກ່າວ,ທ່ານນາງ ເຈືອງມີ້ຮ່ວາ ອະດີດຮອງປະທານປະເທດຫວຽດນາມ, ປະທານກອງທຶນສຶກສາ ວືອາຢິ້ງ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າຊົມເຊີຍຂໍ້ລິເລີ່ມສ້າງຕັ້ງອົງການນີ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງຫວຽດນາມ 20/10. ຂ້າພະເຈົ້າຄິດວ່າ ເອື້ອຍນ້ອງແມ່ຍິງນັກທຸລະກິດ ແນ່ນອນວ່າຈະເຮັດວຽກງານຂອງຕົນດີກ່ວາ ແລະ ນີ້ກໍແມ່ນເງື່ອນໄຂເພື່ອເຊື່ອມຕໍ່ການພົວພັນ, ຖອນຖອນບົດຮຽນ. ພວກເຮົາຈະພະຍາຍາມສູ້ຊົນເພື່ອບັນລຸບັນດາໝາກຜົນເພື່ອສົມກັບເປັນນາມມະຍົດຊຶ່ງປະທານໂຮ່ຈີມິນໄດ້ມອບໃຫ້ແມ່ຍິງຫວຽດນາມໃນໄລຍະໃໝ່ ”
ສ່ວນທ່ານນາງ ຫງວຽນທິຕວຽດ ຮອງປະທານສະຫະພັນແມ່ຍິງຫວຽດນາມໃຫ້ຮູ້ວ່າ :
“ ໃນໄລຍະທີ່ຈະເຖິງ, ພວກຂ້າພະເຈົ້າສືບຕໍ່ປະຕິບັດບັນດາໜ້າທີ່ຄືຄຳສັ່ງເລກທີ 03 ຂອງກົມການເມຶອງ ກ່ຽວກັບການສືບຕໍ່ຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດປະທານໂຮຈິມິນ, ປະຕິບັດການປະຢັດ, ຊ່ວຍເຫຼືອກັນຫຼຸດຜ່ອນຄວາມທຸກຍາກ. ພ້ອມກັນນັ້ນ, ສືບຕໍ່ໂຄສະນາສຶກສາອົບຮົມແມ່ຍິງຝຶກຝົນຫຼໍ່ຫຼອມ, ສູ້ຊົນຕາມມາດຖານແມ່ຍິງຫວຽດນາມໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ປະກອບສ່ວນປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບບາງບັນຫາຮີບດ່ວນພາຍໃນພັກປະຈຸບັນ. ”