(vovworld) – ຕອນເຊົ້າວັນທີ 5/12, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນສົມທົບກັບທະນາຄານໂລກຢູ່ຫວຽດນາມ ຈັດຕັ້ງເວທີປາໄສຄູ່ຮ່ວມມືພັດທະນາຫວຽດນາມ 2014, ດ້ວຍຫົວຂໍ້ “ປະຕິຮູບລະບຽບກົດໝາຍ, ເພີ່ມທະວີຄວາມສາມາດກຸ້ມຕົນເອງ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດຫວຽດນາມ“. ເວທີປາໄສສຸມໃສ່ 2 ບັນຫາຕົ້ນຕໍ່ນັ້ນແມ່ນປະຕິຮູບລະບອບເສດຖະກິດການຕະຫຼາດ ແລະ ພັດທະນາວິສາຫະກິດພາກເອກະຊົນພາຍໃນປະເທດ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ແຈ້ງກັບບັນດາຄູ່ຮ່ວມມືກ່ຽວກັບສະພາບເສດຖະກິດ - ສັງຄົມຫວຽດນາມ ໃນປີ 2014 ແລະ ບັນດາຄາດໝາຍທີ່ວາງອອກໃນປີ 2015. ກ່ຽວກັບຄາດໝາຍ, ໜ້າທີ່ຂອງປີ 2015, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ:
“ຫວຽດນາມສຸມໃສ່ປັບປຸງລັດແຫ່ງອຳນາດນິຕິບັນຍັດ ແລະ ລະບອບເສດຖະກິດການຕະຫຼາດ, ຮັບປະກັນສິດເສລີປະຊາທິປະໄຕຂອງປະຊາຊົນຕາມລັດຖະທຳມະນູນ. ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ປະຕິຮູບລະບຽບການດ້ານບໍລິຫານ, ປັບປຸງສະພາບແວດລ້ອມດຳເນີນທຸລະກິດເພື່ອສ້າງທຸກເງື່ອນໄຂສະດວກໃຫ້ ປະຊາຊົນ ແລະ ວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ. ສົ່ງເສີມການພັດທະນາວິສາຫະກິດພາກເອກະຊົນ“.
ດ້ວຍບົດບາດເປັນປະທານເວທີປາໄສ, ທ່ານນາງ Victoria Kwakwa, ຜູ້ອຳນວຍການທະນາຄານໂລກ WB ປະຈຳຫວຽດນາມ ຖືວ່າ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມທີສຸດໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຜ່ານນັ້ນໄດ້ສ້າງຄວາມດຶງດູດການລົງທຶນເມື່ອທຽບໃສ່ບັນດາປະເທດມີລະດັບພັດທະນາດຽວກັນ ແລະ ຫວຽດນາມ ໄດ້ກາຍເປັນປະເທດທີ່ມີລະດັບເຕີບໂຕ GDP ໃສ່ຫົວຄົນໄວອັບ 2 ຢູ່ໂລກໃນ 20 ປີຜ່ານມາ.
“ພວກເຮົາຄວນຮັບຮູ້ຢ່າງເຂັ້ມງວດ ແລະ ມີບັນດາມາດຕະການແທດຈິງເພື່ອຮັບປະກັນເສດຖະກິດມະຫາພາກມີຄວາມໝັ້ນຄົງໃນໄລຍະຈະມາເຖິງ, ພ້ອມທັງຕ້ອງຍູ້ແຮງການພັດທະນາພື້ນຖານໂຄງລ່າງ. ພວກເຮົາໄດ້ຮັບຮອງເອົາກົດໝາຍຫຼາຍສະບັບ ແລະ ຂໍ້ກຳນົດໃໝ່ຫຼາຍຂໍ້, ແຕ່ສິ່ງສຳຄັນແມ່ນຕ້ອງປະຕິບັດຄືແນວໃດໃຫ້ມັນປະກົດຜົນເປັນຈິງ“.
ທ່ານນາງ Victoria Kwakwa, ກໍ່ໃຫ້ຮູ້ວ່າ WB ແລະ ບັນດາຄູ່ຮ່ວມມືພັດທະນາຂອງຫວຽດນາມ ໃຫ້ຄຳໝັ້ນສັນຍາກັບບັນດາຄູ່ຮ່ວມມືພັດທະນາຈະຮຽງບ່າຮຽງໄຫຼ່ພ້ອມກັບລັດຖະບານຫວຽດນາມ ໃນການປະຕິບັດບັນດາຄາດໝາຍພັດທະນາ.