(ພາບປະກອບ)
(vov) - ຕອນຄຳ່ວັນທີ 28/9, ຢູ່ເມືອງດົງແອງ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດ ”ງານລາຕີໄຫວ້ພະຈັນ 2012”. ທ່ານນາງຮອງປະທານປະເທດ Nguyen Thi Doan ພ້ອມກັບການນຳກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ພວກຫຼານເຍົາວະຊົນທີ່ຕ່າງໜ້າໃຫ້ແກ່ເຍົາວະຊົນເມືອງ, ສູນອຸປະກະລະເມືອງດົງແອງ.
ຕອນຄຳ່ວັນທີ 28/9 ສູນອຸປະກະລະສັງຄົມແຂວງຫາຍເຢືອງ ກໍ່ໄດ້ຈັດບຸນວັນເພງເດືອນ 8 ”ເຊື່ອມຕໍ່ຄວາມຮັກແພງ” ໃຫ້ແກ່ເດັກພິການ, ເດັກກຳພ້າ, ເດັກນ້ອຍທີ່ຕິດທາດພິດສີສົ້ມ/ດີໂອຊິນ 600 ຄົນ. ໃນລະຫວ່າງວັນທີ 26-28/9, ຄັງອຸປະກະລະເດັກນ້ອຍແຂວງດົ່ງນາຍ ກໍ່ຈັດຕັ້ງການໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍທີ່ທຸກຍາກ 380 ຄົນ.
ສ່ວນຢູ່ວຽງຈັນ, ຕອນຄຳ່ວັນທີ 28/9, ສະມາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງວຽງຈັນ ກໍ່ໄດ້ສົມທົບກັບໂຮງຮຽນອະນະບານ - ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນຫງວຽນຢູ ຈັດຕັ້ງງານລາຕີໄຫວ້ພະຈັນໃຫ້ແກ່ເດັກນ້ອຍເຍົາວະຊົນຢູ່ລາວ. ທ່ານ Pham Van Khanh ທີ່ປຶກສາດ້ານວັດທະນະທຳ ສະຖານທູດຫວຽດນາມ ປະຈຳລາວ ໄດ້ມອບຂອງຂວັນໃຫ້ພວກຫຼານ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ໄກ້ສິດຕິດແທດຂອງການນຳສະມາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງວຽງຈັນ ແລະ ຄວາມຕັດສິນໃຈຂອງຄະນະອຳນວຍການໂຮງຮຽນ, ໂຮງຮຽນຫງວຽນຢູ ຈະກາຍເປັນໜຶ່ງໃນບັນດາໂຮງຮຽນທີ່ບັນລຸຄຸນນະພາບສູງຂອງນະຄອນຫຼວງວຽງຈັນ ເວົ້າສະເພາະ ແລະ ຂອງລາວ ເວົ້າລວມ.