ບັນດາທ້ອງຖິ່ນ ຕອບສະຫນອງວັນ ຄອບຄົວ ຫວຽດນາມ (28/06)
ພາບປະກອບ: internet
|
(vovword) - ເນື່ອງໃນໂອກາດວັນຄອບຄົວ ຫວຽດນາມ (28/6), ຫລາຍທ້ອງຖິ່ນໄດ້ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງມຸ່ງໄປເຖິງການສ້າງຄອບຄົວສີວິໄລ ແລະ ມີຄວາມຜາສຸກ. ບັນດາຂະແຫນງການກ່ຽວຂ້ອງຢູ່ແຂວງ Thanh Hoa ໄດ້ຈັດຕັ້ງບັ້ນໂຄສະນາສະຕິຄວາມຮັບຮູ້ໃຫ້ແກ່ປະຊາຊົນກ່ຽວກັບການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຄຸນສົມບັດແບບແຜນການດຳລົງຊີວິດຢູ່ມນຄອບ ຫວຽດນາມ. ທ່ານ Vu Thai Son, ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ Thanh Hoa ໃຫ້ຮູ້ວ່າ:
“ບັນດາການເຄື່ອນໄຫວກ່ຽວກັບມູນເຊື້ອເນື່ອງໃນໂອກາດວັນຄອບຄົວ ຫວຽດນາມປີນີ້ ແມ່ນຕິດພັນກັບການໂຄສະນາຍົກສູງສະຕິຄວາມຮັບຮູ້ ເພື່ອຜັນຂະຫຍາຍແຜນຮ່າງສຳຄັນ 2 ສະບັບ ກ່ຽວກັບການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ໂຄສະນາກ່ຽວກັບຄຸນສົມບັດແບບແຜນການດຳລົງຊີວິດໃນຄອບຄົວຫວຽດນາມ.”
ຢູ່ແຂວງ Tuyen Quang ແລະ ແຂວງ Vinh Phuc ກໍໄດ້ຈັດການເຄື່ອນໄຫວຕ່າງໆເພື່ອຂຳ່ນັບຮັບຕ້ອນວັນຄອບຄົວ ຫວຽດນາມ ເຊັ່ນດຽວກັນ.