ບັນດາປະເທດກະຕຸກຊຸກຍູ້ທູດພິເສດຂອງ ສປຊກ່ຽວກັບຊີຣີ ສ້າງຕັ້ງຄະນະກຳມະການຮຽບຮຽງລັດຖະທຳມະນູນໂດຍໄວ

(VOVWORLD) - ທ່ານ Staffan de Mistura, ທູດພິເສດຂອງ ສປຊ ກ່ຽວກັບຊີຣີ ຊຸກຍູ້ບັນດາວຽກງານການຮຽບຮຽງລັດຖະທຳມະນູນສະບັບໃໝ່ໂດຍໄວ ແລະ ສ້າງພື້ນຖານໃຫ້ແກ່ການເລືອກຕັ້ງຢູ່ປະເທດຕາເວັນອອກກາງນີ້

ລັດຖະມົນຕີການຕ່າງປະເທດທີ່ມາຈາກ 7 ປະເທດເຊິ່ງລວມມີ: ອາເມລິກາ, ເຢຍລະມັນ, ຝລັ່ງ, ອັງກິດ, ອີຢິບ, ຈໍແດນ ແລະ ອາຣັບບິ ຊາອຸດິ ໄດ້ໂຮມປະຊຸມໃນວັນທີ 27 ກັນຍາ ຢູ່ນອກກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ ສປຊ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ວິວັດທະນາການດ້ານການເມືອງຢູ່ຊີຣີ -  ເຊິ່ງແມ່ນປະເທດທີ່ເກີດສົງຄາມ ໃນຕະຫຼອດ 8 ປີຜ່ານມາ, ເຮັດໃຫ້ສາມັນຊົນກ່ວາ 360.000 ຄົນຖືກເສຍຊີວິດ ແລະ ລ້ານໆຄົນບໍ່ມີເຮືອນຊານບ້ານຊ່ອງ.

        ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີລ້ວນແຕ່ສະແດງການສະໜັບສະໜູນຢ່າງແຮງຕໍ່ເລື່ອງສ້າງຕັ້ງຄະນະກຳມະການຮຽບຮຽງລັດຖະທຳມະນູນສະບັບໃໝ່ຫຼັງສົງຄາມໃຫ້ແກ່ຊີີຣີ, ພ້ອມທັງກະຕຸກຊຸກຍູ້ທ່ານ Staffan de Mistura, ທູດພິເສດຂອງ ສປຊ ກ່ຽວກັບຊີຣີ ຊຸກຍູ້ບັນດາວຽກງານການຮຽບຮຽງລັດຖະທຳມະນູນສະບັບໃໝ່ໂດຍໄວ ແລະ ສ້າງພື້ນຖານໃຫ້ແກ່ການເລືອກຕັ້ງຢູ່ປະເທດຕາເວັນອອກກາງນີ້. ຖະແຫຼງການຮ່ວມໄດ້ຍົກອອກມາໃນເວລາກຳນົດສຸດທ້າຍ, ຮຽກຮ້ອງໃຫ້ທ່ານທູດພິເສດ de Mistura ລາຍງານຕໍ່ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບວິວັດທະນາການຮຽບຮຽງລັດຖະທຳມະນູນສະບັບໃໝ່ໃຫ້ແກ່ຊີຣີ, ຊ້າສຸດແມ່ນບ່ໍກາຍວັນທີ 31 ຕຸລາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ