ບັນດາປະເທດເອີລົບເພີ່ມທະວີການປ້ອງກັນຄວາມສະຫງົບ,ຕ້ານການບຸກໂຈມຕີກໍ່ການຮ້າຍ

ບັນດາປະເທດເອີລົບເພີ່ມທະວີການປ້ອງກັນຄວາມສະຫງົບ,ຕ້ານການບຸກໂຈມຕີກໍ່ການຮ້າຍ - ảnh 1
ເອີລົບເພີ່ມທະວີການປ້ອງກັນຄວາມສະຫງົບ
ພາບ​ປະ​ກອບ:baodatviet.vn
(vovworld)-  ​​ທົ່ວ​ເອີ​ລົບ ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ກາ​ນ​ຮ້າຍ​ອາດ​ຈະ​ສືບ​ຕໍ່​ເກີດ​ຂຶ້ນ. ຫລາຍ​ປະ​ເທດ​ຢູ່ ເອີ​ລົບ ຈັດ​ວາງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ຢູ່​ໃນ​ສະ​ພາ​ວະ​ເຕືອນ​ໄພ​ສູງ​ສຸດ. ຕຳ​ຫລວດ ແບນ​ຊິກ ຫາກໍ່​ຈັບ​ຕົວ 12 ຄົນ​ໃນ​ທົ່ວ​ປະ​ເທດ ພາຍ​ຫລັງຕຳ​ຫລວດ​ທຳ​ລາຍ​ກົນ​ອຸ​ບາຍກໍ່​ການ​ຮ້າຍ​ຂອງ​ພວກ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ​ຈຳ​ນ​ວນ​ຫນຶ່ງ ເພື່ອ​ເລັ່ງ​ໃສ່​ຕຳ​ຫລວດ ແບນ​ຊິກ ໃນ​ວັນ​ທີ 15/1. ສ່ວນ​ຢູ່ ອັງ​ກິດ, ໄດ້​ຈັດ​ວາງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ຢູ່​ໃນ​ສະ​ພາ​ວະ​ເຕືອນ​ໄພ​ສູງ​ສຸດ. ວັນ​ທີ 16/1, ສືບ​ລາ​ຊ​ະ​ການ​ລັບ ແລະ ຕຳ​ຫລວດ ອີ​ຕາ​ລ​ີ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ພວມ​ມີ​ບັນ​ຊີ​ລາຍ​ຊື່​ກວ່າ 100 ຄົນ​ຖືກ​ສົງ​ໄສວ່າ​ແມ່ນ​ພວກກໍ່​ການ​ຮ້າຍ​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ອີ​ຕາ​ລີ. ກຸ່ມ​ຄົນ​ເຫລົ່າ​ນີ້ ມີ​ທ່າ​ອ່ຽງ​ສະ​ຫນັບ​ສະ​ຫນູນ​ຂະ​ບວນ​ການ​ຫົວ​ຮຸນ​ແຮງ ແລະ ກຳ​ລັງ​ລັດ​ອິດ​ສະ​ລາມ IS.
ຂ່າວ/ບົດ​ອື່ນ