ບັນດາຜູ້ສະໝັກຮັບເລືອກຕັ້ງຂອງພັກສາທາລະນະກ້າວເຂົ້າສູ່ວາລະຖົກຖຽງຄັ້ງທີ8
ບັນດາຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 7/1 ຕາມເວລາຫວຽດນາມ, ບັນດາຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກສາທາລະນະ ໄດ້ດຳເນີນການຖົກຖຽງໂດຍກົງຄັ້ງທີ 8 ທາງໂທລະພາບ. ນີ້ແມ່ນການຖົກຖຽງຄັ້ງທີ 3 ໃນປີ 2016 ຊື່ງດຳເນີນ 2 ມື້ກ່ອນທີ່ພັກສາທາລະນະກ້າວເຂົ້າສູ່ການປ່ອນບັດໃນວັນທີ 9/2 ຢູ່ ລັດ New Hampshire. ການຖົກຖຽງດັ່ງກ່າວໂດຍ ຊ່ອງໂທລະພາບ Fox News ຈັດຕັ້ງປະຕິບັດ. ເຂົ້າຮ່ວມການຖົກຖຽງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງຂອງພັກດັ່ງກ່າວ 6 ຄົນ. ຕາມໝາກຜົນການຢັ່ງຫາງສຽງຫວ່າງແລ້ວນີ້, ອັດຕາສ່ວນສະຫນັບສະຫນູນໃຫ້ຜູ້ສະໝັກຮັບເລືອກຕັ້ງ Donal Trump ຢູ່ New Hampshire ແມ່ນ 35%, ໃນຂະນະ ຜູ້ສະໝັກຮັບເລືອກຕັ້ງ Rubio ພຽງ 14%.