ບໍາລຸງ​ສ້າງ​ນັກ​ຊ່ຽວຊານ​ຫຼັ​ກ​ແຫຼ່ງ 100 ຄົນ ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່​ການ​ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກ

(VOVWORLD) -ບໍາລຸງສ້າງນັກຊ່ຽວຊານຫຼັກແຫຼ່ງແນໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ຮັບໃຊ້ກິດຈະການກໍ່ສ້າງລັດຖະບານເອເລັກໂຕນິກ ຢູ່ຫວຽດນາມ.
ບໍາລຸງ​ສ້າງ​ນັກ​ຊ່ຽວຊານ​ຫຼັ​ກ​ແຫຼ່ງ 100 ຄົນ ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່​ການ​ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກ - ảnh 1 ທ່ານ ຫງວຽນແມ້ງຫຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ (ພາບ: TTXVN)

        ໃນແຜນການຜັນຂະຫຍາຍລັດຖະບານເອເລັກໂຕນິກຂອງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ໄດ້ສ້າງໂຄງການບໍາລຸງສ້າງນັກຊ່ຽວຊານຫຼັກແຫຼ່ງ 100 ຄົນເພື່ອຮັບໃຊ້ການຜັນຂະຫຍາຍລັດຖະບານເອເລັກໂຕນິກ. ຄາດວ່າ, ໂຄງການດັ່ງກ່າວຈະໄດ້ເປີດຕົວໃນວັນທີ 20 ທັນວາ 2019. ໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ຮັບໃຊ້ກິດຈະການກໍ່ສ້າງລັດຖະບານເອເລັກໂຕນິກ ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ