ປຸກລະດົມສັບປະດາໂພສະນາການແລະພັດທະນາ

ປຸກລະດົມສັບປະດາໂພສະນາການແລະພັດທະນາ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 16/10, ແມ່ນ​ວັນສະ​ບຽບ​ອາ​ຫານ​ທົ່ວ​ໂລກ. ເນື່ອງ​ໃນ​ໂອ​ກາດນີ້, ສະ​ຖານ​ບັນ​ໂພ​ສະ​ນາ​ການ (ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ) ໄດ້​ປຸກ​ລະ​ດົມ​ສັບ​ປະ​ດາ​ໂພ​ສະ​ນາ​ການ ແລະ ການ​ພັດ​ທະ​ນາ​ແຕ່​ວັນ​ທີ 16 – 23/10. ດ້ວຍ​ສານ​ທີ່​ວ່າ “ຄ​າບ​ອາ​ຫານຫຼາຍ​ຮູບ​ຫຼາຍ​ສີ ຮັບ​ປະ​ກັນ​ທາດ​ບຳ​ລຸງ, ເໝາະ​ສົມ, ປອດ​ໄພ​ໃຫ້​ແກ່​ຄອບ​ຄົວ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”, ສະ​ຖາ​ບັນ​ໂພ​ສະ​ນາ​ການຫວັງ​ວ່າ ປະ​ຊາ​ຊົນ​ປ່ຽນ​ແປງ​ກ່ຽວ​ກັບ​ການ​ບໍ​ລິ​ໂພກ​ທາດ​ບຳ​ລຸງບໍ່​ເໝາະ​ສົມ, ເຮັດ​ໃຫ້​ອັດ​ຕາ​ເດັກ​ຂາດ​ທາດ​ບຳ​ລ​ຸງ​ຍັງ​ສູງ​ຢູ່.       

        ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ທາດ​ບຳ​ລຸງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ຄວາມ​ສູງ​ຂອງ​ເດັກ, ປອ ເລ​ແບກ​ມາຍ, ນັກ​ຊ່ຽວ​ຊານໂພ​ສະ​ນາ​ການ​ຂອງ​ກະ​ຊວງ​ ສາ​ທາ​ລະ​ນະ​ສຸກ ໃຫ້​ຮູ້​ວ່າ:

        “ຕາມ​ການ​ສຳຫຼວດ​ກ່ຽວ​ກັບ​ຄາບ​ອາ​ຫານ​ຂອງ​ເດັກ​ທີ່​ສະ​ຖາ​ບັນ​ໂພ​ສະ​ນາ​ການໄດ້​ປະ​ຕິ​ບັດ​ໃນ​ໄລ​ຍະ​ຜ່ານ​ມາ, ຄາບ​ອາ​ຫານ​ຂອງ​ເດັກ​ມີ​ອາ​ຍຸ​ແຕ່ 2 5 ປີ ມີ​ປະ​ລິ​ມານ ກາ​ນ​ຊີ ປະ​ມານ 265 mg. ດັ່ງ​ນັ້ນ, ສຳ​ລັບ​​ເກ່ນ​ອາ​ຍຸ, ຂາດ​ເທົາ​ໃດ​ພວກ​ເຮົາ​ເພີ່ມ​ເຕີມ​ເທົ່າ​ນັ້ນ, ສາ​ມາດ​ເພີ່ມ​ເຕີມ​ດ້ວຍ​ການ​ກິນ​ປາ, ກຸ້ງ ຫຼື ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ນ້ຳ​ນົມ.”


ຂ່າວ/ບົດ​ອື່ນ