ປັນຍາຊົນຫວຽດນາມ ຢູ່ຝະລັ່ງອ່ວາຍເມືອຫາ ບ້ານເກີດເມືອງນອນ


ປັນຍາຊົນຫວຽດນາມ ຢູ່ຝະລັ່ງອ່ວາຍເມືອຫາ ບ້ານເກີດເມືອງນອນ - ảnh 1

ທ່ານ​ເຢື​ອງຈິ​ຢຸງກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ

 (ພາບ: vov)

 (vovworld)- ປະຊາ​ຄົມ​ນັກ​ປັນຍາ​ຊົນ​ທີ່​ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ລວມປະມານ 40.000 ຈະ​ຊຸກ​ຊຸກຍູ້​ຂະ​ບວນການ​ສະໜັບສະໜູນ​ຫວຽດນາມ ຢ່າງ​ແຮງ​ກ່ວາ​ອີກ. ນັ້ນ​ແມ່ນ​ຄວາມ​ໃນ​ໃຈ​ຂອງ​ບັນດາ​ຜູ້ຕາງໜ້ານັກ​ປັນຍາ​ຊົນ​ທີ່​ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ​ໃນ​ການ​ພົບ​ປະ​ສ້າງສັນ​ດ້ວຍ​ຫົວ​ເລື່ອງ “ນັກ​ປັນຍາ​ຊົນ​ທີ່​ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ກັບ​ພາລະກິດ​ເຊື່ອມ​ໂຍງ ​ແລະ ພັດທະນາ​ປະ​ເທດ​ຊາດ“ ທີ່​ຫາ​ກໍ່​ຈັດ​ຂຶ້ນ​ຢູ່​ຝະລັ່ງ. ນະ​ທີ່​ນີ້, ທ່ານ​ເຢືອງຈີ​ຢຸງ ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝະລັ່ງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສຸດ​ຈິດ​ສຸດ​ໃຈ ​ແລະ ຄວາມ​ສາມາດ​ຂອງນັກ​ປັນຍາ​ຊົນ​​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ​ແລະ ຮຽກຮ້ອງນັກ​ປັນຍາ​ຊົນ​ ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ສືບ​ຕໍ່​ປະກອບຄວາມ​ສາມາດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ປະ​ເທດ​ຊາດ:

  “ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ​ບໍ່​ພຽງ​ແຕ່​ແມ່ນ​ດ້ານ​ເສດຖະ ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ຮອບ​ດ້ານ​ໃນ​ບັນດາ​ຂົງ​ເຂດ​ອື່ນ​ອີກ​ຄື: ການ​ເມືອງ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ…. ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ວ່າ,, ດ້ວຍ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢູ່​ປະ​ເທດ​ຝະລັ່ງ​ເປັນ​ເວລາ​ຫຼາຍ​ປີ, ທີ່​ເວທີ​ປາ​ໄສ​ນີ້, ບັນດາ​ນັກ​ປັນຍາ​ຊົນ​ຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ, ປະກອບສ່ວນ​ຫຼາຍ​ກ່ວາ​ອີກ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ໃຫ່ຍ, ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຍຸດ​ທະ​ຍາດ​ສຳລັບ​ຫວຽດນາມ ​ໃນ​ປະຈຸ​ບັນ“./.

ຂ່າວ/ບົດ​ອື່ນ