ທ່ານນາງ ຫຼີແຊວຫຼີນ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບ: Doãn Tấn/TTXVN)
|
(vovworld) – ວັນທີ 15/1, ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ ໂດຍທ່ານນາງ ຫຼີແຊວຫຼີນ, ປະທານສະມາຄົມນຳໜ້າ, ພວມຢູ່ຢ້ຽມຢາມ ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງເລື່ອງບັນດາອົງການມິດຕະພາບຂອງ 2 ປະເທດຈັດຕັ້ງການເຄື່ອນໄຫວຕັ້ງໜ້າຫຼາຍຢ່າງເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານປະທານປະເທດ ຫວັງວ່າ: 2 ສະມາຄົມ ສືບຕໍ່ມີການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດ ຫວຽດນາມ - ຈີນ.
ທ່ານປະທານປະເທດ ເຈືອງເຕີນຊາງ ກໍ່ເນັ້ນໜັກວ່າ: ການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນ 2 ປະເທດ, ທ່ານ ຫວັງວ່າ 2 ຝ່າຍຮັກສາການພົບປະຂັ້ນສູງເປັນປະຈຳ, ເພີ່ມທະວີການກວດກາ, ກະຕຸກຊຸກຍູ້ປະຕິບັດບັນດາຂົງເຂດທີ່ໄດ້ໃຫ້ຄຳໝັ້ນສັນຍາ, ແກ້ໄຂຄວາມບໍ່ລົງລອຍກັນເປັນຢ່າງດີ, ພັດທະນາການຮ່ວມມືເພື່ອຜົນປະໂຫຍດຂອງ 2 ປະເທດ, ຂອງທັງພາກພື້ນ ແລະ ໂລກ. ນີ້ກໍ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຍາວນານຂອງ ຫວຽດນາມ.
ທ່ານນາງປະທານສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ ຫຼີແຊວຫຼີນ ຢຶນຢັນວ່າ: ຈະສືບຕໍ່ເສີມຂະຫຍາຍບົດບາດຂອງສະມາຄົມມິດຕະພາບພົວພັນຕ່າງປະເທດ ປະຊາຊົນ ຈີນ, ສະມາຄົມມິດຕະພາບ ຈີນ - ຫວຽດນາມ ໃນການຈັດຕັ້ງບັນດາການພົວພັນແລກປ່ຽນປະຊາຊົນເປັນຢ່າງດີ, ປະກອບສ່ວນແທດຈິງເຂົ້າໃນການປັບປຸງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ, ເພື່ອການພັດທະນາລວມຂອງ 2 ປະເທດ.