(vovworld) - ຕອນເຊົ້າວັນທີ 28 ສິງຫາ, ກົມຕຳຫຼວດທະເລຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊວິລະກຳຊັ້ນໜຶ່ງ; ປະກາດຂໍ້ຕົກລົງຂອງລັດຖະບານວ່າດ້ວຍການປ່ຽນຊື່ຂອງກົມຕຳຫຼວດທະເລເປັນກອງບັນຊາການຕຳຫຼວດທະເລ. ຂໍ້ຕົກລົງດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 12 ຕຸລາ 2013 ເປັນຕົ້ນໄປ. ຜ່ານ 15 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ຕຳຫຼວດທະເລຫວຽດນາມ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນ ແລະ ບັນລຸໄດ້ບັນດາຜົນງານດີເດັ່ນຄື: ຄວາມສາມາດກຽມພ້ອມສູ້ຮົບນັບມື້ນັບສົມບູນແບບ; ມີເງື່ອນໄຂຢ່າງພຽງພໍເພື່ອລາດຕາເວັນ, ຄວບຄຸມເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນແທ່ງກຸງ ຖືວ່າ ໃນໄລຍະຈະມາເຖິງ, ໜ້າທີ່ປົກປັກຮັກສາປະເທດຊາດ, ປົກປັກຮັກສາອະທິປະໄຕ, ຄວາມເປັນລະບຽບຮຽບຮ້ອຍທາງທະເລ... ຮຽກຮ້ອງໃຫ້ກຳລັງຕຳຫຼວດທະເລຕ້ອງສືບຕໍ່ພັດທະນາຢ່າງໝັ້ນຄົງ, ຕອບສະໜອງຄວາມຮຽກຮ້ອງໃນໜ້າທີ່ໃໝ່; ຍົກສູງຄວາມຮັບຮູ້ກ່ຽວກັບສະພາບການ, ໜ້າທີ່ຮັບຜິດຊອບ, ທັດສະນະຂອງພັກ ແລະ ລັດ ໃນບັນຫາແກ້ໄຂການພິພາດບົນທະເລຕາເວັນອອກ. ເນື່ອງໃນໂອກາດນີ້, ກະຊວງປ້ອງກັນປະເທດ ໄດ້ປະກາດຂໍ້ຕົກລົງປ່ຽນຊື່ກົມຕຳຫຼວດທະເລເປັນກອງບັນຊາການຕຳຫຼວດທະເລຢ່າງເປັນທາງການ.