ປະກາດວິສະຫະກິດ 500 ແຫ່ງເຕີບໂຕໄວ ທີ່ສຸດຢູ່ຫວຽດນາມ ໃນປີ 2011
ພາບປະກອບ
(vovworld) - ວັນທີ 21/2, ບໍລິສັດຫຸ້ນສ່ວນລາຍງານຕີລາຄາຫວຽດນາມ (ຫຼື Vietnam Report) ໄດ້ປະກາດຕາຕະລາງຈັດອັນດັບ FAST 500 ປີ 2011 - Top ວິສາຫະກິດ 500 ແຫ່ງທີ່ມີລະດັບເຕີບໂຕໄວທີ່ສຸດຢູ່ຫວຽດນາມ. ໝາກຜົນຕາຕະລາງຈັດອັນດັບສະແດງໃຫ້ເຫັນວ່າ: ລະດັບເຕີບໂຕສະເລ່ຍຂອງວິສາຫະກິດ 500 ແຫ່ງໃນໄລຍະ 2007 – 2010 ບັນລຸ 57% (ຕາຕະລາງຈັດອັນດັບ FAST 500 ປີ 2010 ບັນລຸ 54%). ປີນີ້, ບັນດາວິສາຫະກິດພາກເອກະຊົນຍັງກວມອັດຕາສ່ວນຫຼາຍດ້ວຍ 71%, ເມື່ອທຽບກັບ 22% ລັດວິສາຫະກິດທີ່ມີໜ້າໃນຕາຕະລາງນີ້. ຕາມການສຳຫຼວດຂອງ Vietnam Report ໃນເດືອນ 1 ທີ່ຜ່ານມາແລ້ວ, ມີວິສາຫະກິດພາກເອກະຊົນກ່ວາ 70% ໃນຕາຕະລາງຈັດອັນດັບ, ຄາດວ່າຈະເພີ່ມເງິນລົງທຶນ ແລະ ເປີດກ້ວາງການຜະລິດໃນປີ 2012. ຈຸດພົ້ນເດັ່ນກ່ຽວກັບການເຕີບໂຕໃນຕາຕະລາງຈັດອັນດັບປີນີ້ນັ້ນແມ່ນ ບັນດາວິສາຫະກິດໃນຂົງເຂດຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ມີລະດັບເຕີບໂຕສະເລ່ຍສູງພໍສົມຄວນກວມກ່ວາ 50%, ເທົ່າກັບຕົວເລກສະເລ່ຍຂອງບັນດາວິສາຫະກິດໃນຂະແໜງຜະລິດເຫຼັກກ້າ ແລະ ຂະແໜງບໍລິການ ແລະ ນອນໃນ Top ບັນດາຂະແໜງມີລະດັບເຕີບໂຕສູງສຸດ.
ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຍັງແມ່ນສູນເສດຖະກິດ 2 ແຫ່ງທີ່ຂະຫຍັນຂັນເຄື່ອນທີ່ສຸດໃນທົ່ວປະເທດ, ເມື່ອບັນດາວິສາຫະກິດຢູ່ 2 ນະຄອນນີ້ກວມກ່ວາ 50% ຈຳນວນວິສາຫະກິດ FAST 500. ຈຸດພິເສດແມ່ນບາງແຂວງທີ່ມີເງື່ອນໄຂເສດຖະກິດປະສົບກັບຄວາມຫຍູ້ງຍາກ ກໍມີຈຳນວນວິສາຫະກິດ FAST 500 ຫຼາຍພໍສົມຄວນຄືແຂວງ ເງ້ອານ (ມີ 9 ວິສາຫະກິດ) ຫຼື ດັກລັກ (ມີ 7 ວິສາຫະກິດ). ນີ້ແມ່ນສັນຍານເປັນໜ້າຊື່ນຊົມສະແດງໃຫ້ເຫັນວ່າ: ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມພວມພັດທະນາຢ່າງແຂງແຮງ ຕາມທິດຫັນເປັນໂປ່ງໃສສົມກັບທຳນຽມສາກົນ.