ພາບປະກອບ:TTXVN
|
(vovworld) ແຜນການດຳເນີນງານແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄລຍະ 2012-2020 ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມປະກາດຢ່າງເປັນທາງການຕໍ່ວົງການນັກຂ່າວໃນຕອນເຊົ້າວັນທີ 17/4 ຢູ່ ຮ່າໂນ້ຍ. ຕາມແຜນການແລ້ວ, ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ວາງອອກ 10 ມາດຕະການ, ຫນ້າທີ່ ນັ້ນແມ່ນ: ເພີ່ມທະວີກຳລັງຄວາມສາມາດຕິດຕາມກວດກາການປ່ຽນແປງຂອງດິນຟ້າອາກາດ, ເຕືອນໄພທຳມະຊາດ, ຄ້ຳປະກັນດ້ານສະບຽງອາຫານ, ຄ້ຳປະກັນກ່ຽວກັບແຫລ່ງນ້ຳ, ຫລຸດຜ່ອນອາຍພິດເຮືອນແກ້ວ, ພັດທະນາພື້ນຖານເສດຖະກິດຕາມທິດ cacbon ຕຳ່, ສ້າງປະຊາຄົມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຮ່ວມມືກັບສາກົນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່າ ເຈືອງ ດືກ ຈີ, ຮອງຫົວຫນ້າກົມອຸຕຸນິຍົມອຸທົກະສາດ ແລະ ການປ່ຽນແປງຂອງດິນຟ້າອາກາດໃຫ້ຮູ້ວ່າ:
“ມາຮອດຈຸດເວລານີ້ ຫວຽດນາມປະຕິບັດວຽກງານໄດ້ຫລາຍແລ້ວ. ລະບົບກົດໝາຍ, ນະໂຍບາຍກ່ຽວກັບນິຕິກຳການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ແລະ ຫລຸດຜ່ອນໄພທຳມະຊາດໄດ້ຮັບການສ້າງຂຶ້ນເທື່ອລະກ້າວ. ຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄດ້ຮັບການປະກາດໃຊ້ແລ້ວ. ໄລຍະຈະມາເຖິງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຈະຍື່ນສະເຫນີຕໍ່ລັດຖະບານກ່ຽວກັບແຜນຮ່າງ, ແຜນນະໂຍບາຍ, ມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍູ້ແຮງວຽກງານປົກປັກຮັກສາຊັບພະຍາກອນສິ່ງແວດລ້ອມ. ”