ປະກາດໝາກຜົນແຫ່ງການສຳຫລວດຊາວໜຸ່ມກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ວັນທີ 02 ກຸມພາ, ທີ່ຮ່າໂນ້ຍ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບຫ້ອງວ່າການພັດທະນາແບບຍືນຍົງ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ) ແລະ ສູນຄົ້ນຄວ້າພັດທະນາແບບຍືນຍົງ (CSDS) ປະກາດໝາກຜົນແຫ່ງການສຳຫລວດ ຊາວໜຸ່ມກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ.

ກ່າວຄຳເຫັນທີ່ພິທີປະກາດ, ທ່ານນາງ Caitlin Wiesen ຜູ້ອຳນວຍການອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ຫວຽດນາມ ເນັ້ນໜັກວ່າ: 17 ເປົ້າໝາຍພັດທະນາແບບຍືນຍົງເຊິ່ງບັນດາການນຳໂລກໄດ້ຮັບຮອງເອົາໃນເດືອນ ກັນຍາ 2015 ທີ່ກອງປະຊຸມສຸດຍອດພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ບົດບາດຂອງຊາວໜຸ່ມແມ່ນຈະແຈ້ງທີ່ສຸດ ແລະ ສຳຄັນໃນການບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ