ປະກາດ 10 ເຫດການ ວິທະຍາສາດແລະ ເຕັກໂນໂລຊີພົ້ນເດັ່ນ ປີ 2013
ທີ່ພິທີປະກາດ
(ພາບ: dangcongsan.vn)
(vovworld)- ຕອນບ່າຍວັນທີ 26/12, ຢູ່ຮ່າໂນ້ຍ, ສະໂມສອນນັກຂ່າວລົງເລິກຂະແໜງ ວິທະຍາສາດ ແລະ ເຕັກໂນໂລຊີ (ສະມາຄົມນັກຂ່າວຫວຽດນາມ) ສົມທົບກັບສູນຄົ້ນຄ້ວາ ແລະ ພັດທະນາສື່ສານ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ໄດ້ ປະກາດ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີພົ້ນເດັ່ນປີ 2013 ຢ່າງເປັນທາງການ. ການປະກາດ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີພົ້ນເດັ່ນໃນປີແມ່ນເພື່ອແນໃສ່ເຊີດຊູສ່ວນບຸກຄົນ, ໝູ່ຄະນະບັນດານັກວິທະຍາສາດ ເຕັກໂນໂລຊີ, ພະນັກງານຄຸ້ມຄອງ, ຜູ້ທີ່ສວມບົດບາດຕັດສິນຊີ້ຂາດເຖິງຜົນສຳເລັດຂອງພາລະກິດພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ນີ້ແມ່ນຄັ້ງທີ 9 ຢ່າງລຽນຕິດທີ່ສະໂມສອນວິທະຍາສາດ ແລະ ເຕັກໂນໂລຊີ ຈັດຕັ້ງການເລືອກເຟັ້ນ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີ. 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີພົ້ນເດັ່ນປີ 2013 ໄດ້ຮັບການເລືອກເຟັ້ນແມ່ນຂຶ້ນກັບບັນດາຂົງເຂດ: ກົນໄກນະໂຍບາຍ, ວິທະຍາສາດທຳມະຊາດ, ວິທະຍາສາດໝູນໃຊ້, ການເຊື່ອມໂຍງເຂົ້າກັບວິທະຍາສາດ ແລະ ເຕັກໂນໂລຊີສາກົນ, ເຊີດຊູນັກວິທະຍາສາດ, ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ.