ປະຊາຄົມຊາວຫວຽດນາມອາໄສຢູ່ອີຢິບຕ້ອນຮັບບຸນເຕັດປີຊວດຢ່າງເບີກບານມ່ວນຊື່ນ
(VOVWORLD) -ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020.
(ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020) |
ຕອນຄ່ຳວັນທີ 24 ມັງກອນ (ກົງກັບວັນທີ 30 ບຸນເຕັດຫວຽດນາມ), ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດງານພົບປະສັງສັນບຸນເຕັດປີຊວດ 2020. ທີ່ງານພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ງແທັງກຸງ ໄດ້ສົ່ງຄຳອວຍພອນຂອງການນຳພັກ, ລັດ ເຖິງທຸກຄົນໃນປະຊາຄົມຊາວຫວຽດນາມ ພວມອາໄສຢູ່ອີຢິບ; ພ້ອມທັງຫວນຄືນບັນດາບາດກ້າວສຳຄັນໃນການພົວພັນລະຫວ່າງຫວຽດນາມ - ອີຢິບ ໃນປີ 2019. ທີ່ງານພົບປະ, ພໍ່ແມ່ປະຊາຄົມຊາວຫວຽດນາມ ແລະ ບັນດາແຂກຜູ້ຖືກເຊີນຍັງໄດ້ຮັບຊົມການຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່; ຮັບຊົມບັນດາລາຍການສະແດງສິລະປະຕ້ອນຮັບລະດູບານໃໝ່ ທີ່ເປັນເອກະລັກສະເພາະ ໂດຍພໍ່ແມ່ປະຊາຊົນອາໄສຢູ່ທີ່ນີ້ສະແດງ ແລະ ຮັບປະທານບັນດາເຍື່ອງອາຫານພິເສດຂອງຫວຽດນາມ ອີກດ້ວຍ.