(ພາບປະກອບ)
(vovworld) - ພ້ອມກັບປະຊາຊົນພາຍໃນປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຫຼາຍປະເທດໃນໂລກ, ປະຊາຊົນຊາວຫວຽດນາມ ອາໄສຢູ່ຝລັ່ງ ກໍເອົາໃຈໃສ່ເຖິງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ອ້າຍ ເຈີ່ນບັ່ງ, ຄະນະບໍລິຫານງານສະມາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ໄດ້ຢືນຢັນວ່າ ຊາວຫວຽດນາມ ອາໄສຢູ່ຝລັ່ງ ມີຄວາມເອົາໃຈໃສ່ທີ່ສຸດເຖິງ 3 ບັນຫາໃນລັດຖະທຳມະນູນນັ້ນແມ່ນ ອະທິປະໄຕຊາຍແດນ, ທີ່ຕັ້ງຂອງຫວຽດນາມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ອ້າຍ ເຈີ່ນບັ່ງ ສະເໜີຄຳເຫັນວ່າ.
“ຫວຽດນາມ ນອນໃນໂລກທີ່ມີການຜັນແປສັບສົນ ແລະ ການກະທົບຫຼາຍຢ່າງຈາກພາຍນອກ, ເພາະສະນັ້ນ ຄວາມຮຽກຮ້ອງຕ້ອງມີມາດຕາອັນທີ່ລະອຽດໃດໜຶ່ງແມ່ນບໍ່ຈຳເປັນ. ສິ່ງສຳຄັນທີ່ສຸດແມ່ນຮູບແບບໃໝ່ ລັດຖະທຳມະນູນໃໝ່ ຕ້ອງເຮັດໃຫ້ສັງຄົມບັນລຸໄດ້ບັນດາຄວາມກ້າວໜ້າໃໝ່ ເມື່ອທຽບໃສ່ຮູບແບບພັດທະນາທີ່ອີ່ງໃສ່ລັດຖະທຳມະນູນປີ 1992”.
ເອື້ອຍ ຫງວຽນຮົ່ງຮ່າ, ນັກຄົ້ນຄວ້າກ່ຽວກັບລັດຖະທຳມະນູນ, ເຊິ່ງໄດ້ເຮັດວຽກຢູ່ສານລັດຖະທຳມະນູນຂອງຝລັ່ງ ໃນ 3 ປີຜ່ານມາ ໃຫ້ຮູ້ວ່າ.
“ພາຍຫຼັງໄດ້ອ່ານໂຄງການປະຕິຮູບລັດຖະທຳມະນູນຂອງຫວຽດນາມ ສິ່ງທຳອິດທີ່ພາໃຫ້ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດນັ້ນແມ່ນ ລັດຫວຽດນາມ ຕົກລົງນຳສິດຜົນປະໂຫຍດຫຼາຍຢ່າງໃຫ້ປະຊາຊົນເຂົ້າໃນລັດຖະທຳມະນູນ”.
ປະຈຸບັນ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ພວມໄດ້ຮັບບັນດາຄຳຄິດຄຳເຫັນຂອງປະຊາຊົນທຸກຊັ້ນວັນນະ, ໃນນັ້ນບັນດາຄຳຄິດຄຳເຫັນຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນມີຄວາມສຳຄັນທີ່ສຸດ.