ປະຊາຊົນລາວ ເບີກບານມ່ວນຊື່ນຕໍ່ຜົນສຳເລັດຂອງວຽກງານປັກຫຼັກໝາຍຊາຍແດນ

ປະຊາຊົນລາວ ເບີກບານມ່ວນຊື່ນຕໍ່ຜົນສຳເລັດຂອງວຽກງານປັກຫຼັກໝາຍຊາຍແດນ - ảnh 1
ນາຍົກລັດຖະມົນຕີ ລາວ ແລະ ນາຍົກລັດຖະມົນຕີ ຫວຽດນາມ

(vovworld) - ​ເຫດການ 2 ປະ​ເທດ ຫວຽດນາມ ​ແລະ ລາວ ​ເປີດ​ສະຫຼອງ​ຫຼັກ​ໝາຍ​​ໃຫຍ່​ ​ເລກ​ທີ 460 ຢູ່​ດ່ານ​ຊາຍ​ແດນ ​ແທງ​ຖູ​ຍ, ​ແຂວງ ​ເຫ​ງ້ອານ ​- ນ້ຳ​ອອນ, ​ແຂ​ວງ ບໍລິ​ຄຳ​ໄຊ, ​ເມື່ອ​ວັນ​ທີ 9/7, ບໍ່​ພຽ​ງ​ແຕ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ໃນ​ຊີວິດ​ທາງ​ດ້ານ​ການ​ເມືອງ​ຂອງ​ທັງ 2 ປະ​ເທດ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ​ລາວບັນ​ດາ​ເຜົ່າ ທີ່ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດນ ອີກ​ດ້ວຍ. ທ່ານ ​ແສງ​ຈັນ, ຊາວ​ແຂວງ ບໍລິ​ຄຳ​ໄຊ, ຕີ​ລາຄາ​ວ່າ:

​ເທບ​ທ່ານ ​ແສງ​ຈັນ

    ທ່ານ ສຸລິ​ສັກ, ຕຳຫຼວດ​ດ່ານ​ຊາຍ​ແດນ​ນ້ຳ​ອອນ, ​ແຂ​ວງ ບໍລິ​ຄຳ​ໄຊ, ຖື​ວ່າ:

ເທບ​ທ່ານ ສຸລິ​ສັກ

    ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການປະຕິບັດ, ມາ​ຮອດ​ປະຈຸ​ບັນ, ​ໃນ​ເສັ້ນ​ຊາຍ​ແດນ​ມີ​ຄວາມ​ຍາວ 2.067 ກມ, ຫວຽດນາມ ​ແລະ ລາວ ​ໄດ້​ສ້າງ​ລະບົບ​ຫຼັກ​ໝາຍທີ່​ທັນ​ສະ​ໄໝ, ໝັ້ນຄົງ​ຢູ່ 793 ຈຸດ​ທີ່​ຕັ້ງ (ດ້ວຍ 835 ຫຼັກ​ໝາຍ) ​ປະກອບສ່ວນ​ເຮັດ​​ແຈ້ງໄປ​ເສັ້ນ​ຊາຍ​ແດນ ລະຫວ່າງ 2 ປະ​​ເທດ.

ຂ່າວ/ບົດ​ອື່ນ