ປະຊາຊົນຫລາຍປະເທດຢູ່ອາຊີຕ້ອນຮັບບຸນປີໃຫມ່ປີມະແມຢ່າງເບິກບ້ານມ່ວນຊື່ນ

 ປະຊາຊົນຫລາຍປະເທດຢູ່ອາຊີຕ້ອນຮັບບຸນປີໃຫມ່ປີມະແມຢ່າງເບິກບ້ານມ່ວນຊື່ນ - ảnh 1
ບັນ​ຍາ​ການ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປີ​ມະ​ແມ​ຢູ່​ຈີນ
ພາບ:baomoi.com

(vovworld)- ​ຢູ່​ຈິ​ນ, ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປີ​ມະ​ແມ​ ດຳ​ເນີນ​ໄປ​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ. ຢູ່​ບັນ​ດາ​ປະ​ເທດ​ຄື ມຽນ​ມາ, ສິງ​ກະ​ໂປ, ມາ​ເລ​ເຊຍ, ຟິ​ລີບ​ປີນ ຊື່ງ​ມີ​ຊາວ​ຈີນ ອາ​ໄສ ກໍ​ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປີ​ມະ​ແມ​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ​ເຊັນ​ດຽວ​ກັນ ດ້ວຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ຮ້ອງ​ລຳ​ທຳ​ເພງ, ຟ້ອນ​ສິງ​ໂຕ.

ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ ຕາມ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນ ອາ​ຊີ​ຕາ​ເວັນ​ອອກ ພວມ​ແຜ່​ລາມ​ອອກ​ສູ່​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ. ນັບ​ມື້​ນັບ​ມີ​ຫລາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຖື​ບຸ​ນ​ປີ​ໃຫມ່​ປະ​ຈຳ​ຊາດ​ແມ່ນ​ງານ​ບຸນ​ໃຫຍ່ ແລະ ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ.  ຢູ່ ອົດ​ສະ​ຕາ​ລີ ແລະ ນະ​ຄອນ ນິວຢ​ອກ​ຂອງ​ ອາ​ເມ​ລິ​ກາ ແລະ ນະ​ຄອນ ລອນດອນ ປະ​ເທດ ອັງ​ກິດ, ປະ​ຊາ​ຄົມ​ຊາວ ອາ​ຊີ ທີ່​ອາ​ໄສ​ຢູ່​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ ກໍ​ໄດ້​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ດ້ວຍ​ກາຍ​ຍິງບັ້ງ​ໄຟ​ດອກ​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່ ຢູ່ ອາ​ເມ​ລິ​ກາ ແລະ ຢູ່ Sydney ແລະ​ລາຍ​ການອື່​ນໆຕາມ​ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ບ​ຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ບັນ​ດາ​ປະ​ເທດ ອາ​ຊີ. ເນື່ອງ​ໃນ​ໂອ​ກາດນີ້, ການ​ນຳ​ຫລາຍ​ທ່ານ​ບັນ​ດາ​ປະ​ເທດ​ໃນ​ໂລກ ກໍ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃຫມ່​ເຖິງ ປະ​ຊາ​ຊົນ 2 ຕຶ້ື້​ຄົນ​ຢູ່​ຫລາຍ​ປະ​ເທດ​ອາ​ຊີ.

 

ຂ່າວ/ບົດ​ອື່ນ