ປະຊາຊົນ ຟີລິບປິນ ສະໜັບສະໜູນບັ້ນຮົບຕ້ານຢາເສບຕິດຂອງທ່ານປະທານາທິບໍດີ R.Duterte
(VOVWORLD) - ປະຊາຊົນ ຟີລິບປິນ ສ່ວນຫຼາຍໄດ້ສະໜັບສະໜູນບັ້ນຮັບປາບປາມອາດຊະຍາກຳຢາເສບຕິດໂດຍທ່ານປະທານາທິບໍດີ Rodrigo Duterte ປຸກລະດົມ.
ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ
|
ໃນການຢັ່ງຫາງສຽງສັງຄົມໂດຍ Pulse Asia Inc ດຳເນີນແຕ່ວັນທີ 24 – 30 ກັນຍາ ໄດ້ສະແດງໃຫ້ເຫັນວ່າ 88% ໃນຈຳນວນ 1.200 ຄົນໄດ້ຮັບການສຳຫຼວດ ແມ່ນສະໜັບສະໜູນບັ້ນຮົບຕ້ານຢາເສບຕິດຂອງທ່ານ Duterte. ຕາມໝາກຜົນນີ້, ໃນຈຳນວນ 10 ຄົນ ມີຊາວ ຟີລິບປິນ 8 ຄົນສະໜັບສະໜູນບັ້ນຮົບຕ້ານຢາເສບຕິດຂອງລັດຖະບານ. ທ່ານ Ernesto Abella, ໂຄສົກຂອງທ່ານປະທານາທິບໍດີ Duterte ໃຫ້ຮູ້ວ່າ: ອຳນາດການປົກຄອງ ຟີລິບປິນ ມີຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການສຳຫຼວດດັ່ງກ່າວສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າປະຊາຊົນໄດ້ຕີລາຄາສູງຄວາມມານະພະຍາຍາມຂອງອຳນາດການປົກຄອງເພື່ອແນໃສ່ຫລຸດຜ່ອນອັດຕາອາດຊະຍາກຳ ແລະ ເຮັດໃຫ້ວົງຄະນະຍາດມີຄວາມປອດໄພກ່ວາ.