ປະທານທິບໍດີອາເມລິກາປາດຖາໜາຢາກນຳການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ-ອາເມລິກາຂຶ້ນສູ່ລະດັບສູງໃໝ່
Nhat Quynh,ນັກຂ່າວVOVປະຈຳອາເມລິກາ -  
ທ່ານປະທານາທິບໍດີ Barack Obama ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ
|
(vovworld) – ວັນທີ 23/2 (ຕາມເວລາ ວໍຊິງຕັນ), ຢູ່ທຳນຽບຂາວ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ ໄດ້ຢືນສານຕາຕັ້ງຕໍ່ປະທານາທິບໍດີ Barack Obama. ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ພາຍຫຼັງພິທີຢືນສານຕາຕັ້ງ, ທ່ານປະທານາທິບໍດີ Obama ສະແດງຄວາມຫວັງຢາກເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ. ທ່ານປະທານາທິບໍດີ Obama ເນັ້ນໜັກວ່າ: ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໄດ້ຮັບການສ້າງຕັ້ງໃນເດືອນ 7/2013 ໄດ້ສ້າງຂອບເຂດໃຫ້ການຊຸກຍູ້ການພົວພັນ 2 ຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ, ປ້ອງກັນຄວາມສະຫງົບ, ກຳລັງຄວາມສາມາດໃນການເດີນເຮືອ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ, ການສຶກສາ ແລະ ສິດທິມະນຸດ.
ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ສະແດງຄວາມເປັນກຽດທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຂອງແຫ່ງ ສສ ຫວຽດນາມ ປະຈຳ ອາເມລິກາ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ສະເໜີໃຫ້ 2 ຝ່າຍຕັ້ງໜ້າກະກຽມໃຫ້ການຢ້ຽມຢາມ ອາເມລິກາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໃນໄລຍະຈະມາເຖິງ. ໃນການຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອາເມລິກາ ພາຍຫຼັງພິທີຢືນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ກໍ່ເນັ້ນໜັກວ່າ: ປີ 2015, ແມ່ນປີມີຄວາມໝາຍສຳຄັນ, ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ, 2 ຝ່າຍຈະສົມທົບກະກຽມຮັບໃຊ້ໃຫ້ແກ່ການຢ້ຽມຢາມຂັ້ນສູງ ແລະ ຈັດຕັ້ງຫຼາຍເຫດການໃນຫຼາຍຂົງເຂດຢູ່ທ້ອງຖິ່ນຕ່າງໆຢູ່ທັງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ເນັ້ນໜັກວ່າ:
“ແຕ່ທ້າຍປີ 2014, 2 ປະເທດ, ກະຊວງການຕ່າງປະເທດ ກໍ່ຕັ້ງໜ້າສ້າງແຜນການເພື່ອສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ 2 ປະເທດເປັນປົກກະຕິ. ແຕ່ຂ້າພະເຈົ້າຖືວ່າ: ໜຶ່ງໃນບັນດາຈຸດພົ້ນເດັ່ນ, ນັ້ນແມ່ນການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ. ໄລຍະມໍ່ໆມານີ້, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ໄດ້ ສົ່ງສານຂອງອຳນາດການປົກຄອງ ອາເມລິກາ ເຊິ່ງໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ ອາເມລິກາ ໃນປີ 2015. ພວກເຮົາກໍ່ລໍຄອຍການຢ້ຽມຢາມຂອງທ່ານປະທານາທິບໍດີ Obama ມາຢ້ຽມຢາມ ຫວຽດນາມ ໃນໂອກາດສະເຫຼີມສະຫຼອງນີ້. ຖ້າຫາກທັງ 2 ການຢ້ຽມຢາມໄດ້ຮັບການປະຕິບັດ ແນ່ນອນວ່າຈະມີບັນດາໝາກຜົນສຳຄັນ ແລະ ສ້າງທ່ວງທ່າຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ.”
Nhat Quynh,ນັກຂ່າວVOVປະຈຳອາເມລິກາ