ປະທານປະເທດພົບປະກັບບັນດານັກຮົບເກົ່າກອງພົນ 1 ວິລະຊົນ
(ປະທານປະເທດພົບປະກັບບັນດານັກຮົບເກົ່າກອງພົນ 1 ວິລະຊົນ)
(vovworld) - ທີ່ການຕ້ອນຮັບບັນດານັກຮົບເກົ່າກອງພົນ 1 ວິລະຊົນໃນ ຕອນບ່າຍວັນທີ 23/10, ຕາງໜ້າການນຳພັກ ແລະ ລັດ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຊົມເຊີຍການປະກອບສ່ວນ ແລະ ອວຍພອນຜົນງານອັນໃຫຍ່ຫຼວງເຊິ່ງບັນດາພະນັກງານ, ນັກຮົບກອງພົນ 1 ບັນລຸໄດ້ໃນ 9 ປີ ທີ່ເຂົ້າຮ່ວມການຕໍ່ຕ້ານ ຕ້ານອາເມລິກາ ນັບແຕ່ເດືອນ 5/1965. ໃນຕະຫຼອດໄລຍະ 9 ປີນັ້ນ, ກອງພົນ 1 ໄດ້ທຳການຕໍ່ສູ້ຢູ່ເຂດໄຕງວຽນ, ເຂດຕາເວັນອອກພາກໃຕ້. ເຂດຕາເວັນຕົກພາກໃຕ້, ແລະ ເຂດຕາເວັນຕົກສ່ຽງໃຕ້ກຳປູເຈຍ ແລະ ກອງພົນ 1 ຍາດໄດ້ໄຊຊະນະອັນໃຫຍ່ຫຼວງຢ່າງຕໍ່ເນື່ອງ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ສະເໜີບັນດານັກຮົບເກົ່າສືບຕໍ່ຍົກສູງນຳ້ໃຈອ້າຍທະຫານລຸງໂຮ່, ພ້ອມກັບທົ່ວພັກ, ທົ່ວປວງຊົນຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ, ກໍ່ສ້າງປະເທດໃຫ້ຮັ່ງມີເຂັ້ມແຂງ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ພ້ອມທັງສຶກສາມູນເຊື້ອວິລະຊົນຂອງຊາດໃຫ້ລຸ້ນໜຸ່ມໃນປະຈຸບັນ.