ປະທານປະເທດເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບນາຍພົນທີ່ມີຊື່ສຽງ ກາວໂລ້
(ພາບ: songmoi.vn)
(vovworld) – ຕອນເຊົ້າວັນທີ 16/1, ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ”ກາວໂລ້, ນາຍພົນຜູ້ມີຊື່ສຽງໃນສະໄໝກໍ່ຕັ້ງປະເທດ”. ປະທານປະເທດ ເຈືອງເຕິນຊາງ ເນັ້ນໜັກວ່າ, ນີ້ແມ່ນການສຳມະນາທີ່ມີຄວາມໝາຍທີ່ສຸດ ເພື່ອແນໃສ່ເຊີດຊູບຸນຄູນຂອງນາຍພົນ ກາວໂລ້, ຜູ້ທີ່ໄດ້ຊ່ວຍເຈົ້າຊີວິດ ທຸກຟ໋ານ - ອານເຢືອງເວືອງ ກໍ່ຕັ້ງປະເທດ ເອົາລາກ. ສະແດງຄວາມຮູ້ບຸນຄູນຕໍ່ບັນພະບຸລຸດ ແມ່ນສິນທຳ ແລະ ມູນເຊື້ອຂອງຊາດຫວຽດນາມ, ແມ່ນພື້ນຖານດ້ານວັດທະນະທຳ, ແລະ ຈິດໃຈ, ສ້າງເປັນກຳລັງແຮງ, ພະລັງຊີວິດທີ່ຍືນຍົງຄົງຕົວຕະຫຼອດໄປໃຫ້ແກ່ປະເທດຊາດ.
”ເຖິງວ່ານາຍພົນ ກາວໂລ້ ໄດ້ລ່ວງລັບໄປກ່ອນນີ້ 2 ສະຕະວັດ ດ້ວຍການຫັນປ່ຽນບໍ່ຈັກວ່າເທົ່າໃດຂອງປະຫວັດສາດກໍ່ຕາມ, ແຕ່ຊີວິດ ແລະ ພາລະກິດຂອງເພິ່ນ ຍາມໃດກໍ່ຝັງເລິກໃນດວງໃຈຂອງຊາວຫວຽດນາມ ທຸກຄົນ. ກອງປະຊຸມສຳມະນາຄັ້ງນີ້, ແມ່ນໂອກາດເພື່ອເຊີດຊູ, ສະແດງຄວາມຮູ້ບຸນຄູນຂອງລຸ້ນປະຈຸບັນທີ່ມີຕໍ່ບຸລຸດຜູ້ທີ່ມີຄຸນງາມຄວາມດີໃນປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທັງແມ່ນໂອກາດເພື່ອຖອດຖອນບົດຮຽນໃນປະຫວັດສາດ ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນໃນປະຈຸບັນ”.