ພິທີສະເຫຼີມສະຫຼອງ ວັນມູນເຊື້ອສະຫະພັນ
ຊາວໜຸ່ມຫວຽດນາມ ຄົບຮອບ 60 ປີ
(vovworld)- ພິທີສະເຫຼີມສະຫຼອງ ວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ ຄົບຮອບ 60 ປີ (15/10/1956-15/10/2016) ແລະ ມອບລາງວັນ “15 ເດືອນ 10” ໄດ້ດຳເນີນໃນຕອນຄ່ຳວັນທີ 13/10, ຢູ່ຮ່າໂນ້ຍ. ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ຍ້ອງຍໍສັນລະເສີນ ສະຫະພັນຊາວໜຸ່ມຫວຽດນາມ ໄດ້ມີຄວາມມານະພະຍາຍາມປ່ຽນແປງໃໝ່ຫຼາຍຢ່າງ, ມີຫົວຄິດປະດິດສ້າງໃນການຈັດຕັ້ງ, ການເຄື່ອນໄຫວ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມນັບມື້ນັບດີ. ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ສະເໜີ ໃຫ້ສະຫະພັນຊາວໜຸ່ມຫວຽດນາມ ສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບແຜນການເຄື່ອນໄຫວ; ສືບຕໍ່ບຳລຸງສ້າງ, ເສີມຂະຫຍາຍ, ຍົກສູງສະຕິຄວາມຮັບຮູ້ທາງດ້ານການເມືອງ, ແນວຄິດ, ນ້ຳໃຈຮັກຊາດ, ອຸດົມຄະຕິ ແລະ ຄຸນສົມບັດປະຕິວັດ, ແບບແຜນດຳລົງຊີວິດທີ່ປອດໃສໃຫ້ສະມາຊິກ, ຊາວໜຸ່ມ
“ເຕົ້າໂຮມຊາວໜຸ່ມທຸກຊັ້ນຄົນຢ່າງກວ້າງຂວາງ, ເປັນຕົ້ນແມ່ນຊາວໜຸ່ມຊົນເຜົ່າ, ຊາວໜຸ່ມຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບຄວາມຫຍຸ້ງຍາກພິເສດ ດ້ວຍບັນດາຮູບການ, ມາດຕະການທີ່ອຸດົມສົມບູນ, ມີຊີວິດຊີວາ, ສອດຄ່ອງກັບຈຸດພິເສດ, ເກນອາຍຸຂອງຊາວໜຸ່ມ. ສົມທົບກັນຢ່າງແໜ້ນແຟ້ນ ກັບຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ປະຕິບັດວຽກງານການສຶກສາອົບຮົມ, ການກຳນົດທິດຊາວໜຸ່ມເປັນຢ່າງດີ, ປະກອບສ່ວນກໍ່ສ້າງຊົນຊັ້ນຊາວໜຸ່ມລຸ່ນໃໝ່ ໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບ, ຮັກຄອບຄົວ, ດຳລົງຊີວິດແບບມີວັດທະນະທຳ, ມີສາຍຈິດມິດໃຈ, ເຕັມໄປດ້ວຍຄວາມເມັດຕາປານີ”.
ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ສະເໜີ ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ເອົາໃຈໃສ່ຊີ້ນຳ, ນຳພາ, ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ , ສະຫະພັນຊາວໜຸ່ມຫວຽດນາມ ເຄື່ອນໄຫວນັບມື້ນັບມີປະສິດທິຜົນ.
ທີ່ພິທີສະເຫຼີມສະຫຼອງ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຍ້ອງຍໍ ມອບລາງວັນ “15 ເດືອນ 10” ໃຫ້ພະນັກງານສະມາຄົມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ທີ່ມີຜົນງານດີເດັ່ນ ໃນການປະຕິບັດງານຂອງສະມາຄົມ ແລະ ຂະບວນການຊາວໜຸ່ມ 80 ຄົນ.