ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດມົງໂກລີ ໂດຊີ ອັງຄບາດ ເຂົ້າຢ້ຽມອຳລາ


ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດມົງໂກລີ ໂດຊີ ອັງຄບາດ ເຂົ້າຢ້ຽມອຳລາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ  ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມົງ​ໂກ​ລີ ໂດ​ຊີ ອັງ​ຄ​ບາດ

(vovworld)- ຕອນ​ບ່າຍ​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມົງ​ໂກ​ລີ ໂດ​ຊີ ອັງ​ຄ​ບາດ ເຂົ້າຢ້ຽມອຳ​ລາເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ທາງ​ການ​ທູດ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ເນັ້ນ​ໜັກ​ວ່າ ໃນ​ຊຸມມື້​ທີ່​ຜ່ານ​ມາ, ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ-ມົງ​ໂກ​ລີ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງ​ດີ​ງາມ​ໃນ​ບັນ​ດາ​ຂົງ​ເຂດ. 2 ປະ​ເທດ​ໄດ້​ບັນ​ລຸ​ຂໍ້​ຕົ​ກລົງ​ຮ່ວມ​ມືກັນຫຼາຍ​ຂໍ້ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາ​ມສະຫງົບ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງຫວັງ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ ແລະ ສືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ.

    ສ່ວນ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມົງ​ໂກ​ລີ ໂດ​ຊີ ອັງ​ຄ​ບາດ ຢືນ​ຢັນ​ວ່າ ເຖິງວ່າ​ດຳ​ລົງ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ​ກໍ​ຕາມ, ທ່ານ​ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ຊຸກ​ຍູ້​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ