ທ່ານ S.Chowdhury ແລະ ທ່ານ ເຈືອງເຕີນຊາງ
(ພາບ: TTXVN)
|
(vovworld) – ຕອນຄ່ຳວັນທີ 28/3, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະບໍລິຫານງານ ສະຫະພັນລັດຖະສະພາສາກົນ (IPU) ໂດຍທ່ານ S.Chowdhury, ປະທານ IPU ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມ IPU 132 ຈັດຕັ້ງຢູ່ ຫວຽດນາມ. ຕີລາຄາສູງເລື່ອງ IPU ເລືອກເຟັ້ນ ຫວຽດນາມ ແມ່ນປະເທດເຈົ້າພາບຈັດຕັ້ງ IPU 132, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກໝາກຜົນບັນລຸໄດ້ຢູ່ IPU 132 ຈະສ້າງກຳລັງໜູນໃໝ່ສຳລັບແຕ່ລະປະເທດສະມາຊິກ, ເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາ. ທ່ານປະທານປະເທດ ເຊື່ອໝັ້ນວ່າ: ຖະແຫຼງການຮ່າໂນ້ຍ ໂດຍ IPU 132 ຝາກເຖິງສະມັດຊາໃຫຍ່ ສປຊ ຈະມີຄວາມໝາຍອັນໃຫຍ່ຫຼວງສຳລັບການພັດທະນາຂອງບັນດາປະເທດດ້ອຍພັດທະນາ, ປະກອບສ່ວນຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດ.