ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ
|
(vovworld) – ວັນທີ 27/2, ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ແທນບັນດາວິລະຊົນແຮງງານ, ບຸກຄົນສ້າງຜົນງານດີເດັ່ນໃນຂະບວນການແຂ່ງຂັນ ແລະ ພະນັກງານການແພດດີເດັ່ນທີ່ຕາງໜ້າໃຫ້ພະນັກງານການແພດກ່ວາ 400.000 ໃນທົ່ວປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955 – 27/2/2015), ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງບັນດາຜົນງານເຊິ່ງຂະແໜງການແພດບັນລຸໄດ້ໃນໄລຍະຜ່ານມາ:
“ຂະແໜງການແພດມີການພັດທະນາອັນໃຫຍ່ຫຼວງ. ປະຈຸບັນ, ອາຍຸຍືນສະເລ່ຍຂອງ ຊາວ ຫວຽດນາມ ແມ່ນ 73, 74 ປີ, ນີ້ແມ່ນຜົນງານເປັນໜ້າຊື່ນຊົມ ແລະ ເອກອ້າງທະນົງໃຈ… ໄປຄຽງຄູ່ກັນນັ້ນປະເທດຂອງພວກເຮົາໄດ້ຜ່ານຜ່າບັນດາໂລກພະຍາດໃຫຍ່, ແຕ່ພວກເຮົາສະກັດກັ້ນໄດ້ ແລະ ໄດ້ຮັບການຕີລາຄາສູງຈາກໂລກ… ນີ້ແມ່ນການປະກອບສ່ວນອັນໃຫຍ່ຫຼວງຂອງຂະແໜງການແພດ, ຜ່ານນັ້ນກໍ່ສະແດງໃຫ້ເຫັນຄວາມສາມາດຮັບມືກັບໂລກພະຍາດມີຂອບຂະໜາດພາກພື້ນ ແລະ ສາກົນ. ດັ່ງນັ້ນ, ອາດຢືນຢັນໄດ້ວ່າ, ພາລະກິດສົ່ງເສີມສຸຂະພາບ, ຮັກສາສຸຂະພາບຂອງປະຊາຊົນບັນລຸຜົນງານຢ່າງຈະແຈ້ງ.”
ທ່ານປະທານປະເທດ ຖືວ່າ: ໄລຍະເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງໃນປະຈຸບັນ, ພ້ອມກັບການພັດທະນາຂອງປະເທດຊາດ ພົນລະເມືອງກໍ່ເພີ່ມຂຶ້ນ, ມົນລະພິດສິ່ງແວດລ້ອມ, ໂລກພະຍາດກໍ່ເພີ່ມຂຶ້ນ… ນີ້ແມ່ນຄວາມດັ່ນສຳລັບຂະແໜງການແພດ, ຮຽກຮ້ອງພາລະກິດສົ່ງເສີມສຸຂະພາບຂອງປະຊາຊົນນັບມື້ນັບສູງ. ທ່ານປະທານປະເທດ ສະເໜີຂະແໜງສາທາລະນະສຸກຄວນທະວີຄຸນບັນດາແບບຢ່າງດີເດັ່ນ, ພ້ອມທັງປະຕິບັດວຽກງານໂຄສະນາເຜີຍແຜ່ເປັນຢ່າງດີເພື່ອໃຫ້ຂະແໜງການແພດ ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫມ່, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ, ສົມກັບຄຳສັ່ງສອນຂອງປະທານ ໂຮ່ຈີມິນ ສຳລັບຖັນແຖວເພດໝໍ ຫວຽດນາມ.