ປະທານປະເທດເຈືອງເຕີນຊາງພົບປະກັບພະນັກງານຊາວໜຸ່ມ,ສະມາຊິກຊາວໜຸ່ມດີເດັ່ນ
ທ່ານປະທານປະເທດເຈືອງເຕີນຊາງ ພົບປະກັບ
ພະນັກງານຊາວໜຸ່ມ,ສະມາຊິກຊາວໜຸ່ມດີເດັ່ນ
(ພາບ: TTXVN)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປິແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (26/03/1931 – 26/03/2016), ຕອນເຊົ້າວັນທີ 25/03, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ພົບປະກັບຄະນະຜູ້ແທນພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມດີເດັ່ນທີ່ໄດ້ຮັບລາງວັນ ລິ໋ຕື້ຈ້ອງ ປີ 2016. ກ່າວຄຳເຫັນທີການພົບປະ, ທ່ານປະທານປະເທດໄດ້ອວຍພອນ ແລະ ຕີລາຄາສູງໝາກຜົນ ໃນການສູ້ຊົນຂອງພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມດີເດັ່ນ 85 ຄົນ. ທ່ານປະທານປະເທດປາດຖະໜາວ່າ, ບັນດາຜູ້ແທນໄດ້ຮັບລາງວັນ ລິ໋ຕື້ຈ້ອງ ຄັ້ງນີ້ ຕ້ອງເສີມຂະຫຍາຍກຳລັງຄວາມສາມາດ, ນ້ຳໃຈກະຕື້ລື້ລົ້ນຂອງໄວໜຸ່ມ, ເຜີຍແຜ່ບົດຮຽນໃນການປະຕິບັດງານ, ການເຄື່ອນໄຫວ, ຮ່ຳຮຽນ ເພື່ອຊຸກຍູ້ຂະບວນການແຂ່ງຂັນຂອງຊາວໜູ່ມເຍົາວະຊົນອະນຸຊົນໃນທົ່ວປະເທດຢ່າງແຮງ.
ທ່ານປະທານປະເທດ ເຈືອງເຕີນຊາງ ປາດຖະໜາວ່າ, ຊາວໜຸ່ມຫວຽດນາມ ລຸ່ນຕ່າງໆ ຕ້ອງເປັນເຈົ້າການກວ່າ ໃນແນວຄວາມຄິດ, ສ້າງອາຊີບ ຕິດພັນກັບເງື່ອນໄຂຕົວຈິງ, ຜ່ານນັ້ນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາບ້ານເກີດເມືອງນອນ, ພັດທະນາປະເທດຊາດ ແລະ ຂະບວນການຊາວໜຸ່ມໃຫ້ຫຼາຍກວ່າອີກ.